Breaking News

ເຜີຍໂສມ 10 ນາງສາວຜູ້ເຂົ້າຮອບມິດຢູນີເວີຣສລາວ (Miss Universe Laos 2017)

ແບ່ງປັນ

ເຜີຍໂສມສາວງາມຜູ້ເຂົ້າຮອບ ມິດຢູນີເວີຣສລາວ (Miss Universe Laos 2017) ເປັນທີ່ຮຽບຮ້ອຍແລ້ວ ໂດຍຄັດເລືອກມາໄດ້ທັງໝົດ 10 ນາງສາວເຊິ່ງເປັນຜູ້ທີ່ມີເງື່ອນໄຂເໝາະສົມ ແລະ ຈະມີການແຂ່ງຂັນໃນຮອບສຸດທ້າຍ (Final Show) ໃນວັນທີ 26 ສິງຫາ 2017 ເວລາ 19:00 ໂມງ ທີ່ສູນປະຊຸມແຫ່ງຊາດ.

  1. ນາງ ວາລິສະລາ ຕັງສຸວັນ, ອາຍຸ 27 ປີ, ລວງສູງ 1,70 ຊັງຕີແມັດ

2. ນາງ ຕົ້ນຄຳ ພົນຈັນເຮືອງ, ອາຍຸ 22 ປີ, ລວງສູງ 1,75 ຊັງຕີແມັດ

3. ນາງ ສຸພາພອນ ສົມວິຈິດ, ອາຍຸ 20 ປີ, ລວງສູງ 1,78 ຊັງຕີແມັດ

4.  ນາງ ສຸວະນັນ ນ້ອຍນາລີ, ອາຍຸ 18 ປີ, ລວງສູງ 1,68 ຊັງຕີແມັດ

5. ນາງ ອອນອານົງ ຫອມສົມບັດ, ອາຍຸ 22 ປີ, ລວງສູງ 1,79 ຊັງຕີແມັດ

6. ນາງ ສຸກສະຫວັນ ຫຼວງລາດ, ອາຍຸ 23 ປີ, ລວງສູງ 1,73 ຊັງຕີແມັດ

7. ນາງ ມາລິສາ ສີດາຈັນ, ອາຍຸ 24 ປີ, ລວງສູງ 1,80 ຊັງຕີແມັດ

8. ນາງ ດວງຈັນ ແກ້ວວົງສີ, ອາຍຸ 24 ປີ, ລວງສູງ 1,68 ຊັງຕີແມັດ

9. ນາງ ອາລິຍາວັນ ພົມມະຈັກ, ອາຍຸ 24 ປີ, ລວງສູງ 1,78 ຊັງຕີແມັດ

10. ນາງ ພອນວິໄລ ທຳມະວົງສາ, ອາຍຸ 21 ປີ, ລວງສູງ 1,68 ຊັງຕີແມັດ

ສຳລັບການປະກວດ ມີສຢູນີເວີຣສ (Miss Universe) ເປັນການປະກວດນາງງາມປະຈໍາປີ ໂດຍການຈັດການປະກວດໂດຍອົງກອນ ມີສຢູນີເວີຣສ ໂດຍມີເວທີຄູ່ແຂ່ງທີ່ ສໍາຄັນຄື Miss World ແລະ Miss Earth.
ການປະກວດມີສຢູນີເວີຣສ ເປັນການປະກວດນາງງາມໃຫ່ຍທີ່ສຸດໃນໂລກ. ການຈັດການປະກວດ ມີສຢູນີເວີຣສ ແມ່ນຈັດຂື້ນຢູ່ຫຼາຍກວ່າ 190 ປະເທດໃນໂລກ ແລະ ຖືກຮັບຊົມຫຼາຍກວ່າ 1 ຕື້ຄົນໃນແຕ່ລະປີ.
ການປະກວດ ມີສຢູນີເວີຣສ ໄດ້ເລີ້ມຕົ້ນຈັດຂື້ນໃນປີ 1952 ໂດຍບໍລິສັດເສື້ອຜ້າ Pacific Knitting Mills ທີ່ມີສໍານັກງານຕັ້ງຢູ່ລັດຄາລີຟໍເນັຍ, ສະຫະລັດອາເມລິກາ. ອົງກອນ ມີສຢູນີເວີຣສ ໄດ້ມອບລິຂະສິດໃຫ້ອົງກອນຂອງແຕ່ລະປະເທດ ຈັດການຈັດປະກວດ ເພື່ອຄັດເລືອກຜູ້ຕາງໜ້າ ມີສຢູນີເວີຣສ ຂອງປະເທດຕົນເອງ. ໂລໂກ້ ມີສຢູນີເວີຣສ ປັດຈຸບັນ – ແມ່ຍິງຖືດາວ – ໄດ້ສ້າງຂື້ນໃນປີ 1998.

ປະຫວັດຄວາມເປັນມາ:

ລາງວັນ “ມີສຢູນີເວີຣສ” ໄດ້ເລີ້ມຕົ້ນຂຶ້ນໂດຍ International Pageant of Pulchritul ໃນປີ 1926. ການປະກວດໄດ້ດໍາເນີນມາແຕ່ລະປີເຖິງປີ 1935 ຈົນຮອດໄລຍະວິກິດການໂລກ ແລະ ໄລຍະສົງຄາມໂລກຄັ້ງທີ່ 2 ເຮັດໃຫ້ການປະກວດໄດ້ຢຸດຕິລົງ.
ການປະກວດ “ມີສຢູນີເວີຣສ” ປັດຈຸບັນແມ່ນໄດ້ເລີ້ມຂຶ້ນໃນປີ 1952 ໂດຍບໍລິສັດ ເສື້ອຜ້າ Pacific Knitting Mills ເຊິ່ງຕັ້ງຢູ່ລັດຄາລີຟໍເນັຍ ເຊິ່ງດໍາເນີນທຸລະກິດຕັດເສື້ອຜ້າ ແລະ ເປັນຜູ້ຜະລິດຊຸດລອຍນໍ້າຍີ່ຫໍ້ Catalina. ບໍລິສັດດັ່ງກ່າວຍັງເປັນຜູ້ອຸບປະຖໍາການປະກວດ Miss America ຈົນເຖິງປີ 1951. ການປະກວດ ມີສຢູນີເວີຣສ ຄັ້ງທໍາອິດໄດ້ຈັດຂຶ້ນທີ່ Long Beach, ລັດຄາລີຟໍເນັຍ ໃນປີ 1952. ຜູ້ໄດ້ຄອງຕໍາແໜ່ງແມ່ນ Armi Kuusela ຈາກປະເທດແຟັງລັງ.

ຮູບແບບການປະກວດ:

ໃນປັດຈຸບັນການແຂ່ງຂັນຈະຄັດເລືອກສາວງາມຈາກປະເທດທີ່ສົ່ງເຂົ້າປະກວດ ໂດຍຜ່ານຮອບ Preliminary ເຊິ່ງຄະແນນຈາກສ່ວນນີ້ຈະສົ່ງຜົນຕໍ່ການເຂົ້າຮອບໃນມື້ປະກວດແທ້ ໂດຍຈະແຍກເປັນຄະແນນທີ່ມາຈາກ ການເດີນຊຸດລອຍນໍ້າ (Swimming Suit Competition), ການເດີນຊຸດລາຕີ (Evening gown) ແລະ ການສໍາພາດຕໍ່ໜ້າຄະນະກໍາມະການ ໂດຍເມື່ອຈົບຈາກຮອບນີ້ໃນມື້ປະກວດແທ້ ຈະມີການປະກາດຜູ້ທີ່ໄດ້ຄະແນນສະສົມຈາກຮອບ Preliminary ທີ່ສູງສຸດ 15 ອັນດັບເພື່ອເຂົ້າຮອບ 15 ຄົນສຸດທ້າຍ (Semifinalist) ຈາກນັ້ນຜູ້ເຂົ້າປະກວດທັງ 15 ຄົນຈະຕ້ອງເດີນປະກວດໃນຊຸດລອຍນໍ້າ ເພື່ອຄັດເລືອກຮອບ 10 ຄົນຕໍ່ໄປ ໂດຍຮອບ 10 ຄົນສຸດທ້າຍຈະໃຊ້ການເດີນຊຸດລາຕີຕັດສິນຜູ້ເຂົ້າຮອບ 5 ຄົນສຸດທ້າຍ ແລະ ຜູ້ເຂົ້າຮອບ 5 ຄົນສຸດທ້າຍຈະຕ້ອງຕອບຄໍາຖາມຈາກຄະນະກໍາມະການ ໂດຍຄໍາຖາມທີ່ແຕກຕ່າງກັນ ເພື່ອຄັດເຂົ້າຮອບ 3 ຄົນສຸດທ້າຍ ຈະຕ້ອງຕອບຄໍາຖາມຈາກກໍາມະການ ໂດຍເປັນຄໍາຖາມດຽວກັນ ໂດຍຄະແນນໃນຮອບຕ່າງໆທີ່ຜ່ານມາ ຈະຖືກລົບໄປ ແລະ ເລີ້ມຕົ້ນໃຫ່ມທີ່ການຕອບຄໍາຖາມຈາກກໍາມະການ ກ່ອນທີ່ກໍາມະການແຕ່ລະຄົນຈະພິຈາລະນາເຖິງຄວາມເໝາະສົມໃນຕໍາແໜ່ງຕ່າງໆ ອີກຄັ້ງຈາກ (Final Look) ແລະ ເປັນຜົນການຕັດສິນອອກມາວ່າໃຜຈະເປັນຜູ້ຄອງມຸງກຸດນາງງາມຈັກກະວານ (Miss Universe).

 

ຂໍຂອບໃຈທີ່ມາ: Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ