Breaking News

ຈະເກີດຫຍັງຂຶ້ນ! ເມື່ອອ້າຍເອຜູ້ຈັດການເອີ້ນໃຫ້ Superstar ອໍ້າ ຊ່ວຍ… (ມີຄລິບ)

ແບ່ງປັນ

ອ້າຍ ເອ ສຸພະໄຊ ຜູ້ຈັດການຂອງ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ກໍມີໂອກາດໄດ້ເດີນທາງມາ ສປປ ລາວ ພ້ອມກັບດາລາສາວ, ຫຼ້າສຸດອ້າຍ ເອ  ກໍໄດ້ໂພສຄລິບທີ່ມີແຟນຄລັບສາວອໍ້າທີ່ໄປແຫ່ໃຫ້ກຳລັງໃຈສາວອໍ້າກັນຢ່າງເນື່ອງແໜ້ນ ພ້ອມຂຽນຄຳອະທິບາຍກ້ອງຄລິບວ່າ: “ມ່ວນຫຼາຍ ມີຄົນໄປຮ່ວມງານຫຼາຍ ເຫັນແບບນີ້ກໍປື້ມໃຈແທນນ້ອງອໍ້າ ອ້າຍເອເລີຍຢາກເກັບພາບບັນຍາກາດມາຝາກທຸກໆຄົນ ປະກົດວ່າເວລາແຍກຕົວອອກມາຖ່າຍແລ້ວກັບເຂົ້າໄປບໍ່ໄດ້ ເລີຍຕ້ອງໄດ້ຮ້ອງໃຫ້ນ້ອງອໍ້າມາຊ່ວຍ 555 ຂອບໃຈທຸກໆຄົນທີ່ ສປປ ລາວ ທີ່ໃຫ້ການຕ້ອນຮັບ”

ຊະນີIndy ເອງກໍມີໂອກາດໄດ້ໄປງານນີ້ເຊັ່ນກັນ ແລະ ກໍມີໂອກາດໄດ້ເຈິທັງ ເອື້ອຍ ອໍ້າ ແລະ ອ້າຍ ເອ ເຊິ່ງທັງສອງກໍໜ້າຮັກດີ ແລະ ກໍແມ່ນຕາມທີ່ຄວາມ ອ້າຍ ເອ ເພິ່ນໄດ້ໂພສແທ້ ເພາະວ່າໃນງານມີຄົນໄປຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ ອ້າຍ ເອ ເຖິງຂັ້ນເກືອບຂຶ້ນລົດບໍ່ທັນພຸ້ນລະ ເພາະຊົ່ວຈະຝ່າກອງທັບແຟນຄລັບໄປໄດ້ບໍ່ແມ່ນເລື່ອງງ່າຍເລີຍແມ່ນບໍ່ ອ້າຍ ເອ 555.

ความสุขของเธอ อั้ม พัชราภา @aum_patchrapa

A post shared by A Suppachai Srivijit (@a_supachai1) on

ความประทับใจเมื่อวานนี้ ที่ สปป.ลาว @aum_patchrapa

A post shared by A Suppachai Srivijit (@a_supachai1) on

via: a_supachai1

ແບ່ງປັນ