Breaking News

ເປີດໂຕແລ້ວ! ຊຸດປະຈຳຊາດຂອງລາວໃນການປະກວດ “MISTER NATIONAL UNIVERSE 2017”

ແບ່ງປັນ

ດັ່ງທີ່ທຸກຄົນໄດ້ຮູ້ໄປແລ້ວວ່າມີໜຸ່ມສຸດເຈົ້າຊູ້ ທົດສະພອນ ສິດພາໄຊ (ອຸງ) ໄດ້ເດີນທາງໄປເປັນຕົວແທນປະເທດລາວໃນການແຂ່ງຂັນໃນເວທີ “MISTER NATIONAL UNIVERSE 2017”  ເຊິ່ງເປັນເວທີການປະກວດໃນລະດັບສາກົນມີທັງໝົດ 13 ປະເທດຈາກທົ່ວໂລກມາປະຊັນຄວາມເຈົ້າຊູ້ ຄວາມສະຫຼາດ ແລະ ຄວາມມີບຸກຂະລິກດີນັ້ນເອງ, ແລະ ໃນເວລານີ້ທາງກອງປະກວດກຳລັງຢູ່ໃນຊ່ວງເກັບຕົວ ແລະ ກໍໄດ້ມີການເປີດໂຕຊຸດປະຈຳຊາດຂອງແຕ່ລະປະເທດ ໃນນັ້ນກໍມີພາບຊຸດປະຈຳຊາດລາວ ເຊິ່ງຊຸດປະຈຳຊາດລາວເຮົາໄດ້ມີແຮງບັນດານໃຈໃນການອອກແບບມາຈາກວັນນະຄະດີເລື່ອງ “ສັງສິນໄຊ”, ດັ່ງນັ້ນລອງມາເບິ່ງຊຸດປະຈຳຊາດຂອງລາວທີ່ທາງໜຸ່ມອຸງໄດ້ເປັນຕົວແທນນຸ່ງໃນການປະກວດໃນເທື່ອນີ້ກັນເລີຍ!

ສຳລັບການປະກວດ “MISTER NATIONAL UNIVERSE 2017” ໄດ້ເລີ່ມຕັ້ງແຕ່ 5-13 ມິຖຸນາ 2017 ທີ່ຫົວຫິນ ປະເທດໄທ!!!

#ແຊຣໄປເພື່ອເປັນກຳລັງໃຈໃຫ້ຕົວແທນຈາກປະເທດລາວ

ຮູບພາບຈາກ: misternationaluniverse , Oung Thotsaphone Sitphaxay

ແບ່ງປັນ