Breaking News

ຂີ່ເຮືອແພໄມ້ໄຜ່, ຫຼີ້ນນໍ້າເຢັນໆ ທີ່ Blue Lagoon 5 ເມືອງວັງວຽງ

ແບ່ງປັນ

ມື້ນີ້ແອັດມີນຈະມາພາໄປທ່ຽວ ເມືອງວັງວຽງ ໄປທ່ຽວທີ່ Blue Lagoon 5 ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຖ້າໃຜໄດ້ໄປທ່ຽວໄປຫຼີ້ນນໍ້າຢູ່ນີ້ ແອັດມີນເຊື່ອເລີຍວ່າຕ້ອງຕິດອົກຕິດໃຈຢ່າງແນ່ນອນ. Blue Lagoon 5 ແມ່ນໄປຕາມເສັ້ນທາງດຽວກັນກັບ Blue Lagoon 3 ແຕ່ມັນຈະຢູ່ກາຍ Blue Lagoon 3. ຢູ່ໃນ Blue Lagoon 5 ແຫ່ງນີ້ນໍ້າໃສໆເຢັນໆ, ມີເຮືອແພໄມ້ໄວ້ໃຫ້ໄດ້ຂີ່ ແລະ ຍັງມີຖໍ້າໄວ້ໃຫ້ນັກທ່ອງທ່ຽວໄດ້ເຂົ້າໄປທ່ຽວຊົມພາຍໃນ ຢູ່ພາຍໃນຖໍ້າມີຄວາມງົດງາມຫຼາຍທີ່ຫາເບິ່ງໄດ້ຍາກ ແລະ ມື້ນີ້ແອັດມີນມີຮູບງາມໆຂອງ Blue Lagoon 5 ມີໃຫ້ໄດ້ຊົມອີກ.

ຂອບໃຈຮູບພາບ: Wherever I Go

ແບ່ງປັນ