Breaking News

ນູ່ນີ່ ເປີດໃຈຄັ້ງທຳອິດເຖິງການໄປລາຍການ “Take Me Out Thailand”

ແບ່ງປັນ

ສຳພາດພິເສດສາວ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປຮ່ວມລາຍການເລືອກຄູ່ຊື່ດັງ “Take Me Out Thailand” ແລະ ມີການເປີດໃຈຄັ້ງທຳອິດກັບ ທີມງານ ຂວັນໃຈ ທີ່ນູ່ນີ່ໄດ້ໄປອອກລາຍການຕັ້ງແຕ່ມື້ທຳອິດຈົນເຖິງປັດຈຸບັນ… ລອງມາອ່ານບົດສຳພາດຂອງສາວ ນູ່ນີ່ ສາວໂຕນ້ອຍໜ້າຮັກຄົນນີ້ເບິ່ງເດີ້!!!

ຂັວນໃຈ: ເຮັດແນວໃດ? ຈຶ່ງໄປຮອດລາຍການດັງຂອງປະເທດເພື່ອນບ້ານ?

ນູ່ນີ່: ໂດຍ ກໍສົ່ງອີເມວໄປຕາມຊ່ອງທາງທີ່ທາງລາຍການເລີຍ ແລະ ນູ່ນີ່ເອງກໍມີອ້າຍຢູ່ທາງໄທແດ່ ເພິ່ນກໍເປັນຄົນແລ່ນເລື່ອງສະໝັກໃຫ້ ເພາະເພິ່ນກໍເຫັນເຮົາໂສດ ຢາກເຫັນເຮົາມີແຟນ (555)

ຂັວນໃຈ: ຄວາມຮູ້ສຶກທີ່ໄດ້ໄປລາຍການ “Take Me Out Thailand”

ນູ່ນີ່: ກໍຮູ້ສຶກວ່າຕົນເອງເປັນຄົນໂສດ ກໍຮູ້ສຶກວ່າຢາກເປີດໂອກາດໃຫ້ຕົວເອງ ຢາກເຈິຄົນທີ່ດີ ຖ້າມີໂອກາດເຈິຄົນທີ່ດີເນາະກໍລົມ ແຕ່ຖ້າລົມແລ້ວບໍ່ເຂົ້າໃຈກັນກໍບໍ່ເປັນຫຍັງສາມາດເປັນອ້າຍເປັນນ້ອງກັນໄດ້ ແລະ ເທົ່າທີ່ນູ່ນີ່ໄດ້ໄປອອກລາຍການທາງຝັ່ງໄທແລ້ວເນາະ ກໍຮູ້ສຶກວ່າມີແຟນຄລັບທາງຝັ່ງລາວຝັ່ງໄທຫຼາຍຂຶ້ນ ກະມີທັງດີ ແລະ ບໍ່ດີ ກະມີທັງຜູ້ຄອມເມັ້ນມາ ແຕ່ກໍບໍ່ເປັນຫຍັງເພາະນູ່ນີ່ກໍນຳເອົາມາປັບປຸງຕົວເອງ

ຂັວນໃຈ: ຊີວິດປ່ຽນບໍ່?

ກໍມີຄົນຮູ້ຈັກຫຼາຍຂຶ້ນ ກໍມີຄົນຮູ້ຈັກເຮົາຫຼາຍຂຶ້ນ ແລະ ລວມໄປເຖິງເລື່ອງວຽກກໍເຮັດໃຫ້ມີສ່ວນດີຂຶ້ນ ຄືປົກກະຕິເຮົາກໍມີຢູ່ແລ້ວ ແຕ່ໂຕນີ້ກໍຄືມາຊ່ວຍດັນເຮົາຂຶ້ນອີກ ເຮົາກໍເຮັດຢູ່ໃນຈຸດໆນີ້ ແຕ່ວ່າຕອນນັ້ນເຮົາອາດຈະຢູ່ມຸມມືດໜ້ອຍໜຶ່ງ ແຕ່ຕອນນີ້ພໍໄດ້ມາອອກລາຍການແລ້ວກໍເຮັດໃຫ້ເຮົາຢູ່ມຸມແຈ້ງຫຼາຍຂຶ້ນ

ຂັວນໃຈ: ກ່ອນໄປອອກລາຍການເຮົາເຮັດຫຍັງແດ່?

ນູ່ນີ່: ກ່ອນໜ້ານີ້ ນູ່ນີ່ ກໍມີຖ່າຍແບບ ຖ່າຍໂຄສະນາ

ຂັວນໃຈ: ແລ້ວດຽວນີ້ໄດ້ໄປໆມາໆລະຫວ່າງ ລາວ-ໄທ ບໍ່?

ນູ່ນີ່: ໂດຍ ໄປໆມາໆ ເພາະນູ່ນີ່ກໍມີງານທາງຝັ່ງໄທກໍຂ້ອນຂ້າງຫຼາຍ (ຍິ້ມ)

ຂັວນໃຈ: ເປັນຈັ່ງໄດຫຼາຍອາທິດແລ້ວໃດ..ທີ່ຢູ່ລາຍການ ຍັງບໍ່ມີບ່າວໃດຖືກໃຈນູ່ນີ່ແດ່ຫວາ?

ນູ່ນີ່: ໂດຍ ອາທິດແລ້ວກໍເປີດໄຟໄວ້ແຕ່ກໍຍັງບໍ່ສົມຫວັງ ແຕ່ກໍຢາກໃຫ້ຕິດຕາມເປັນກຳລັງໃຈນູ່ນີ່ແດ່ເດີ້

ຂັວນໃຈ: ເຮົາມີສະເປັກໜຸ່ມແນວໃດ?

ນູ່ນີ່: ມັກຄົນທີ່ເປັນຜູ້ໃຫ່ຍແລ້ວ ມີຄວາມຮັບຜິດຊອບ ສາມາດເບິ່ງແຍງເຮົາໄດ້ ເລື່ອງສະເປັກບໍ່ສຳຄັນ ເພາະເປັນຄົນທີ່ບໍ່ມີສະເປັກແຕ່ວ່າຂໍແຕ່ຜູ້ຊາຍຄົນນັ້ນຕ້ອງ 1 ເປັນຄົນສະອາດ 2 ເຂົ້າໃຈເຮົາຮັກເຮົາ, ຮັກຄອບຄົວ, ເຂົ້າກັບໝູ່ເຮົາໄດ້ 3 ໝັ້ນຄົງຫາເງິນເກັ່ງ

ຂັວນໃຈ: ຕໍ່ຈາກນີ້ມີວາງແຜນຊີວິດແນວໃດແດ່ຫັນ? ເມົ້າໃຫ້ຟັງແດ່?

ນູ່ນີ່: ທີ່ຄິດໆໄວ້ຄວາມຝັນກໍຢາກເປັນນັກທຸລະກິດ ຖ້າເປັນໄດ້ ຢາກເປັນເຈົ້າຂອງຮ້ານອາຫານ ກໍຕ້ອງເບິ່ງຊ່ວງຈັງຫວະເວລາໃນໄລຍະນັ້ນໆວ່າມັນຈະມີຄວາມເໝາະສົມແນວໃດ

ຂັວນໃຈ: ສຸດທ້າຍ ມີຫຍັງຈະຝາກຫາແຟນເພສແດ່???

ນູ່ນີ່: ໂດຍ ກະຂໍຝາກຂອບໃຈຫຼາຍໆກັບໝົດທຸກຄົນ ທີ່ວ່າມັກນູ່ນີ່ເນາະ ແລະ ກໍໃຫ້ຄວາມສົນໃຈ ແລະ ກໍຂໍຂອບໃຈຜູ້ໃຫ່ຍທຸກຄົນທີ່ວ່າໃຫ້ໂອກາດ ໃຫ້ນູ່ນີ່ໄດ້ມາຍືນຢູ່ຈຸດໆນີ້ ທັງໆທີ່ເຮົາກໍບໍ່ໄດ້ເປັນຄົນທີ່ງາມ ບໍ່ໄດ້ເປັນຄົນທີ່ສູງຫຼາຍ ແຕ່ເພິ່ນກໍຍັງໃຫ້ໂອກາດເຮົາໄດ້ມາສະແດງຄວາມສາມາດ, ສ່ວນວ່າຜົນງານຕອນນີ້ກຳລັງມີຖ່າຍ ເອັມວີ ແລະ ຖ່າຍເປັນໂຄສະນາ ແລະ ກໍຖ່າຍແບບທົ່ວໆໄປ ຢ່າລືມຕິດຕາມນູ່ນີ່ແດ່ເດີ້ ຂອບໃຈຫຼາຍໆ (ຍິ້ມຫວານ)

 

ແບ່ງປັນ