Breaking News

ຮູບເງົາ “ຫົງຫາມເຕົ່າ” ມາແຮງທະລຸ 1000 ລ້ານ!!!

ແບ່ງປັນ

ເປັນກະແສກັນມາເລື້ອຍໆເລີຍສຳລັບຮູບເງົາລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ຂອງຜູ້ກຳກັບສຸດເກັ່ງ ອ້າຍ ເຈ້ຍ ປາຊີຟິກ, ເຊິ່ງຮູບເງົາເລື່ອງນີ້ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະນອກຈາກຈະສາຍໃນບ້ານເຮົາແລ້ວ ຍັງໂກອິນເຕີໄປສາຍເຖິງຕ່າງປະເທດອີກດ້ວຍ, ແລະ ຫຼ້າສຸດ ຜູ້ກຳກັບກໍຄື ອ້າຍ ເຈ້ຍ ປາຊິຟິກ ກໍໄດ້ໂພສໃນເຟສບຸກວ່າຮູບເງົາເລື່ອງດັ່ງກ່າວມີຂ່າວດີເພາະສ້າງລາຍໄດ້ເຖິງ 1000 ລ້ານ ເຮັດໃຫ້ມີແຟນໆເຂົ້າໄປຄອມເມັ້ນສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ!!!

ເຢ້ 1.000ລ້ານ ແລ້ວເດີ້ ຫົງຫາມເຕົ່າຂໍຂອບໃຈຫມົດທຸກໆຄົນ ທີ່ຊ່ວຍສະຫນັບສະຫນູນຮູບເງົາລາວ ເຈ້ຍ ສັນຍາເລື່ອງຕໍ່ໄປຈະເຮັດໃຫ້ດີກວ່າ…

โพสต์โดย Phoumsana Sirivongsa บน 9 มิถุนายน 2017

 

ນີ້ກໍຖືເປັນອີກບາດກ້າວໜຶ່ງຂອງວົງການຮູບເງົາລາວທີ່ປະສົບຜົນສຳເລັດ ຢ່າງໃດກໍຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ປາຊີຟິກ ແລະ ຫວັງວ່າໃນໂອກາດໜ້າຈະມີຮູບເງົາດີໆມາໃຫ້ຄົນລາວເຮົາເບິ່ງອີກ.

#ແຊຣໄປເພື່ອໃຫ້ກຳລັງໃຈຮູບເງົາລາວ

ທີ່ມາ: Jear Pacific

ແບ່ງປັນ