Breaking News

ເອົາໃຈແຟນຄລັບຊາວລາວໄປເລີຍ!!! ໂອປໍ ມາລາວທັງທີບໍ່ພາດທີ່ຈະນຸ່ງຊຸດໄໝລາວ ແຖມຊື້ກັບປະເທດ!!!

ແບ່ງປັນ

ເປັນທີ່ຮືຮາກັນໃນໂລກສັງຄົມອອນລາຍໃນທ້າຍອາທິດທີ່ຜ່ານມາເມື່ອ ເອື້ອຍ  ໂອປໍ ປານິສະຣາ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານໄດ້ນຸ່ງຊຸດໄໝລາວໄປຮ່ວມໃນງານ Top Thai Brands 2017 ທີ່ສູນການຄ້າ ລາວ-ໄອເຕັກ ຈົນເປັນທີ່ຖືກໃຈຂອງແຟນຄລັບຊາວລາວ, ແລະ ນອກຈາກນັ້ນເອື້ອຍ ໂອປໍ ກໍຍັງໄດ້ນຸ່ງຊຸດໄໝລາວງາມໆເພື່ອໄປໄຫ້ວພະເຮັດບຸນທີ່ວັດສີເມືອງ ແລະ ຍັງຊື້ຊຸດໄໝລາວກັບປະເທດ ແຖມຍັງໂພສໃນອິນສະຕາແກຼມອີກວ່າ ຊຸດໄໝລາວງາມໆ ແລະ ນາງກໍມັກຫຼາຍ!!!

ເຫັນບໍ່… ນິແຫຼະຄວາມງົດງາມຂອງເອກະລັກປະເພນີລາວ ຊຸດໄໝລາວເປັນຫຍັງທີ່ມີສະເໜ່ຫຼາຍ ເພາະດາລາດັງຂອງຕ່າງຊາດແຕ່ລະຄົນທີ່ມາກໍບໍ່ພາດທີ່ຈະນຸ່ງ ຫຼື ນຳກັບປະເທດເພື່ອເກັບໄວ້ເປັນທີ່ລະນຶກວ່າຄັ້ງໜຶ່ງພວກເຂົາເຫຼົ່ານັ້ນກໍເຄີຍມາປະເທດລາວ, ດັ່ງນັ້ນແຟນໆທຸກຄົນຄວນເອົາໃຈໃສ່ຮັກສາເອກະລັກປະເພນີລາວທີ່ງົດງາມນີ້ໄວ້ ເພາະມັນເປັນສິ່ງທີ່ເຮົາມີມາຕັ້ງແຕ່ບູຮານນະການ ແລະ ຄວນສືບສານໄວ້ຈົນຊົ່ວລູກຊົ່ວຫຼານ.

#ແຊຣໄປໃຫ້ໂລກຮູ້

via: opalpanisara

ແບ່ງປັນ