Breaking News

ໄດ້ແລ້ວ! ໂສມໜ້າຜູ້ເຂົ້າຮອບ 2 ຄົນສຸດທ້າຍໃນໂຄງການ “AirAsia Runway Ready Designer Search 2017”

ແບ່ງປັນ

ປະກາດໂສມໜ້າຜູ້ເຂົ້າຮອບ 2 ຄົນສຸດທ້າຍ ຈາກການແຂ່ງຂັນຄັດເລືອກຢູ່ປະເທດລາວ (AirAsia Runway Ready Designer Search 2017)

ນະຄອນຫຼວງວຽງຈັນ, ວັນທີ 10 ມິຖຸນາ 2017 ທີ່ຜ່ານມາໄດ້ມີການຈັດງານການປະກາດຜົນຜູ້ເຂົ້າຮອບ 2 ຄົນສຸດທ້າຍໃນໂຄງການ AirAsia Runway Ready Designer Search ເຊິ່ງຈັດເປັນຄັ້ງທີ່ສາມ, ໂດຍມີຄະນະກຳມະການຜູ້ຊົງຄຸນນະວຸດໃຫ້ກຽດເປັນກຳມະການເຊັ່ນ: ທ່ານ Andrew Tan ຜູ້ສ້າງ KL Fashion Week; ທ່ານ ເທບ ນິຣະນາດພູຣີ ຜູ້ຈັດການອະວຸໂສ ຝ່າຍຜະລິດຕະພັນ ຂົງເຂດອິນໂດຈີນ ຂອງ ແອເອເຊຍ; ທ່ານ Tan Hooi Min ຫົວໜ້າຝ່າຍຊື້ FashionValet ; ທ່ານ ນາງ ປານີ ໄຊຍະວົງ ຜູ້ບໍລິຫານສູງສຸດ/ຜູ້ອຳນວຍການ ວາລະສານ Society Lifestyle Magazine ; ທ່ານ ບັນດິດ ລາດຊາວົງ ຜູ້ອອກແບບ Fashion ຂອງ Men Folder ແລະ ນ້ອງໆນັກອອກແບບ ແລະ ຍັງມີສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ

ການຄັດເລືອກຜູ້ເຂົ້າຮອບສອງຄົນສຸດທ້າຍໃນປີນີ້ໄດ້ແກ່: ທ້າວ  ສີອຳພັນ ຈັນທະວິຈິດ ອາຍຸ 19 ປີ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກຳ ແລະ ນາງ ມະນີທິບ ວົງພະຈັນ ອາຍຸ 23 ປີ ນັກສຶກສາຢູ່ມະຫາວິທະຍາໄລ Sungkyunkwan ປະເທດ ສ.ເກົາຫລີ, ເຊິ່ງຜູ້ເຂົ້າຮອບທັງສອງຄົນຈະໄດ້ເປັນຕົວແທນຈາກປະເທດລາວໄປແຂ່ງຂັນຮອບສຸດທ້າຍ (Grand Finale) ເຊິ່ງຈະຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ໃນເດືອນສິງຫານີ້, ແລະ ທັງສອງຍັງຈະໄດ້ຮັບລາງວັນຫຼາຍຢ່າງເຊັ່ນ: ຄະແນນ 150,000 ຈາກ AirAsia Big Points; ເງິນຈຳນວນ 25.000 ຣິງກິດ (ປະມານ 48.000.000 ກີບ) ເພື່ອຜະລິດເຄື່ອງນຸ່ງແຟຊັ່ນ ທີ່ຈະຂາຍ fashionvalet.com; Travel3Sixty ຊຶ່ງເປັນວາລະສານແຟຊັ່ນທີ່ປະກອບມີ 6 ໜ້າສຳລັບຖ້ຽວບິນຂອງແອເອເຊຍ; ການເດີນທາງນຳແອເອເຊຍ ແລະ ຄຳປຶກສາແນະນຳຈາກ KLFW RTW, ລວມທັງຊ່ອງທາງເພື່ອວາງສະແດງຜົນງານທັງໝົດຂອງພວກເຂົາ ເຊິ່ງທັງສອງຈະໄດ້ວາງສະແດງຜົນງານຂອງພວກເຂົາໃນໄລຍະ KL Fashion Week RTW 2018.

ສຳລັບໂຄງກາານ AirAsia Runway Ready Designer Search 2017 ໄດ້ຈັດແຂ່ງຂັນຢູ່ 10 ປະເທດຂອງອາຊຽນ, ເຊິ່ງງານນີ້ໄດ້ສ້າງໂອກາດ ໃຫ້ແກ່ຜູ້ອອກແບບທີ່ມີຄວາມສາມາດພິເສດເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ວາງສະແດງຜົນງານຂອງພວກເຂົາຢູ່ເວທີແຟຊັ່ນລະດັບສາກົນ ໃນຊ່ວງໄລຍະ KL Fashion Week Ready to wear.

ສາມາດຕິດຕາມຊ່ອງ Youtube ຂອງ AirAsia (youtube.com/user/AirAsia) ສໍາລັບລາຍລະອຽດຂອງການເດີນທາງຂອງຜູ້ເຂົ້າຮ່ວມທັງໝົດໃນງານ AirAsia Runway Ready Designer Search 2017 ໃນທົ່ວອາຊຽນ ຫຼື ຕິດຕາມ hastag #AirAsiaRunway ໃນຊ່ອງສື່ທາງສັງຄົມອື່ນໆເຊັ່ນ: ເຟສບຸກ facebook/AirAsia ແລະ twitter.com/AirAsia.    

 

ແບ່ງປັນ