Breaking News

ຮ້ານອາຫານ ມະລິ ຊີມ “ໝີ່ຈັກກະພັດ” ໃນບັນຍາກາດໂມເດິນທີ່ສຸດ

ແບ່ງປັນ

ສະບາຍດີ ! ເພື່ອນໆຜູ້ອ່ານ ວາລະສານຂວັນໃຈ ສຳລັບເດືອນນີ້ ຈະຂໍແນະນຳຮ້ານອາຫານໃໝ່ ໃຫ້ກັບນັກຊິມທັງຫຼາຍທີ່ຢາກລອງປ່ຽນບັນຍາກາດໄປນັ່ງກິນອາຫານຣົດຊາດແຊບແບບໃໝ່ ແລະ ລາຄາຖືກ. ພ້ອມທັງມີເມນູພິເສດທີ່ສຸດ ທີ່ທຸກທ່ານຕ້ອງມັກແນ່ນອນ “ຮ້ານອາຫານມະລິ” ເປັນຊື່ເອີ້ນແບບລາວໆຈື່ຈໍາກັນໄດ້ງ່າຍໆ, ເໝາະກັບທຸກໆໄວທີ່ຈະມາສ້າງສັນແບບໝູ່ເພື່ອນ, ພະນັກງານ ແລະ ຄອບຄົວ. ສິ່ງສຳຄັນແມ່ນ ຄວາມສະອາດ ແລະ ຮັບປະກັນອາຫານທຸກເມນູຈະບໍ່ໃສ່ແປ້ງນົວ.

ຮ້ານອາຫານມະລິ ມີເມນູອາຫານຫຼາກຫຼາຍທີ່ທຸກໆທ່ານສາມາດເລືອກກິນໄດ້ ຫຼື ຈະເປັນແບບຕາມສັ່ງກໍມີ ແລ້ວແຕ່ລູກຄ້າສະດວກ. ແຕ່ທາງຮ້ານມະລິ ມີເມນູໃຫຍ່ທີ່ພິເສດສຸດຄຸ້ມ ຊຶ່ງຢາກແນະນຳໃຫ້ນັກຊິມໄດ້ທົດລອງກິນແລ້ວຈະຕິດໃຈນັ້ນກໍຄື: “ໝີ່ຈັກກະພັດ”  ທີ່ສາມາດກິນໄດ້ 4-6 ຄົນ ລາຄາພຽງ 150,000 ກີບເທົ່ານັ້ນ ຮັບຮອງວ່າກິນອິ່ມແບບຈຸໃຈ. ສ່ວນເມນູທີ່ເປັນອາຫານຈານດຽວຈານນ້ອຍກໍຂໍແມ່ນ ໝີ່ນໍ້າ ທີ່ມີນໍ້າແກງສູດສະເພາະຂອງຮ້ານ, ເຂົ້າຂົ້ວຂີ້ເມົາ, ຊີ້ນຕຸ່ນຮົງກົງ, ຢໍາເຊວມອນ….

ສຳລັບການຕົກແຕ່ງຂອງຮ້ານ ບອກໄດ້ເລີຍວ່າ ເນັ້ນໃຫ້ມີຄວາມແຕກຕ່າງຈາກຮ້ານອື່ນໆທົ່ວໄປທີ່ເຄີຍເຫັນ ເຊິ່ງຈະເນັ້ນລວດລາຍສິລະປະໃນການວາດແຕ້ມລົງໃສ່ກັບຝາ ໃຫ້ເຂົ້າກັບຊື່ຂອງຮ້ານ ເຊິ່ງເບິ່ງແລ້ວ ໂມເດິນສຸດໆ ເໝາະກັບການຖ່າຍຮູບເພື່ອລົງ Social  ພ້ອມກັບອາຫານຈານໃຫຍ່ ໝີ່ຈັກກະພັດ ແນ່ນອນ.

ຮ້ານອາຫານມະລິ ຕັ້ງຢູ່ບ້ານນາໄຊ, ໃກ້ກັບສະຖານທູດຍີ່ປຸ່ນ ຕໍ່ໜ້າຕະຫຼາດໝາກໄມ້ນາໄຊ. ເປີດບໍລິການແຕ່ 10:00-22:00 ໂມງ ທຸກໆວັນຈັນ-ວັນເສົາ. ນອກຈາກນີ້, ຮ້ານອາຫານມະລິ ຍັງຮັບຈັດອາຫານນອກສະຖານທີ່ອີກດ້ວຍ ຕາມຄວາມສະດວກຂອງລູກຄ້າ. ສາມາດຕິດຕາມເບິ່ງສະຖານທີ່ຕັ້ງ, ເມນູອາຫານ ແລະ ບັນຍາກາດຕ່າງໆຂອງຮ້ານເພີ່ມຕື່ມໄດ້ທີ່ Facebook: ຮ້ານ ມະລິ ນາໄຊ ຫຼື ຕິດຕໍ່ທີ່ເບີໂທ: 030 5088999.

ແບ່ງປັນ