Breaking News

ງາມຫຼາຍ! ບັນດານາງສາວລາວຜູ້ເຂົ້າຮອບ 20 ຄົນສຸດທ້າຍ “Miss Grand Laos 2017”

ແບ່ງປັນ

ພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢ່າງເປັນທາງການ!!!

ໃນວັນທີ 13 ມິຖຸນາ 2017 ທີ່ຜ່ານມາໄດ້ມີພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢູ່ທີ່ນະຄອນຫຼວງວຽງຈັນ, ຫຼັງຈາກທີ່ໄດ້ມີການເປີດຮັບສະໝັກບັນດານາງສາວທີ່ມີເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ບໍ່ວ່າຈະເປັນສ່ວນສູງ 168ຊມ ຂຶ້ນໄປ, ມີອາຍຸລະຫວ່າງ 17-27, ແລະ ບຸກຂະລິກກະພາບພຽບພ້ອມ, ເຊິ່ງກໍ່ໄດ້ເປີດຮັບສະໝັກຕັ້ງແຕ່ເດືອນເມສາ ຈົນເຖິງວັນທີ 17 ພຶດສະພາ 2017 ທີ່ຜ່ານມາ, ກໍ່ໄດ້ມີການຄັດເລືອກເພື່ອທີ່ຈະຄັດຜູ້ເຂົ້າຮອບ 20 ຄົນສຸດທ້າຍ, ເພື່ອເຮັດກິດຈະກຳຕ່າງໆກ່ອນທີ່ຈະຮອດວັນປະກວດຮອບຕັດສິນໃນວັນທີ 15 ກໍລະກົດ 2017 ທີ່ຈະມາເຖິງນີ້, ເຊິ່ງເປັນກຽດເປັນປະທານເປີດງານໂດຍ ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານໂທລະພາບທີວີລາວ ແລະ ປະທານຈັດງານປະກວດມິສແກຣນລາວ, ຕາງໜ້າສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຜູ້ອຸປະຖຳໂຄງການ ແລະ ສື່ມວນຊົນຈຳນວນຫຼວງຫຼາຍ.

ໂຄງການປະກວດ “Miss Grand Laos 2017” ເປັນປີທຳອິດທີ່ປະເທດລາວຈະໄດ້ສົ່ງຕົວແທນນາງສາວຈາກປະເທດລາວໄປປະກວດເທິງເວທີລະດັບໂລກຢ່າງເປັນທາງການ, ເຊິ່ງຖືວ່າການຈັດໂຄງການນີແມ່ນຈັດຂຶ້ນໂດຍ ບໍລິສັດມິສລາວ/ທີວີລາວ ແລະ ເຫັນດີໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ນັ້ນກໍເພື່ອເປັນການຄົ້ນຫານາງສາວຕົວແທນປະເທດລາວໄປປະກວດເທິງເວທີ “Miss Grand International” ເຊິ່ງເປັນເວທີທີ່ຕິດອັນດັບຕົ້ນໆຂອງໂລກ, ທີ່ຈະໄດ້ຈັດງານປະກວດທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017 ນີ້, ແລະ ແນ່ນອນວ່າປີນີ້ກໍ່ຈະໄດ້ມີຕົວແທນຈາກປະເທດລາວ ຫຼື Miss Grand Laos ເຂົ້າຮ່ວມປະກວດທີ່ເວທີໃຫ່ຍລະດັບໂລກດັ່ງກ່າວ, ນອກຈາກນັ້ນພາຍໃນງານຍັງມີການເຜີຍໂສມມົງກຸດທີ່ງົດງາມ ແລະ ລໍ້າຄ່າ ມີມູນຄ່າເພັດເຖິງ 122 ກະຣັດ ປະມານ 50 ລ້ານກີບ.

ມີຮູບພາບບັນຍາກາດພາຍໃນງານເປີດໂຕຜູ້ເຂົ້າ່ຮອບ 20 ຄົນສຸດທ້າຍມາຝາກນຳເດີ້!!!

ແບ່ງປັນ