Breaking News

ໜູນາ ດີເຈສາວທີ່ກຳລັງມາແຮງ ແຖມມີບຸກຂະລິກໂດດເດັ່ນບໍ່ຄືໃຜ!!!

ແບ່ງປັນ

ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ເປັນດີເຈສາວລາວທີ່ກຳລັງມາແຮງ ແຖມມີບຸກຂະລິກທີ່ໂດດເດັ່ນບໍ່ຄືໃຜນັ້ນກໍຄື ສຸກພາລັກ ວົງສອນສະໝຸດ (ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau.

ໜູນາ ຍັງເປັນ DJ ສາວທີ່ມີບຸກຂະລິກອັນໂດດເດັ່ນ ເພາະນາງມີ Style ການແຕ່ງຕົວທີ່ບໍ່ຄືໃຜ ນາງສາມາດແຕ່ງໄດ້ທຸກແບບ ຖ້າບໍ່ເຊື່ອລອງມາເບິ່ງຮູບພາບໜ້າຮັກຂອງດີເຈສາວ ໜູນາ ຄົນນີ້ເບິ່ງເດີ້ ບອກເລີຍວ່າຄົບເຄື່ອງອີຫລີ!!!

#ແຊຣໄປໃຫ້ໂລກຮູ້

ຮູບພາບຈາກ: dj_nouna

ແບ່ງປັນ