Breaking News

ໜ້າຮັກ! ແອັບເປີ້ນ-ຟຸກ ວ່າທີ່ເຈົ້າສາວ-ເຈົ້າບ່າວ ກຽມຕົວໃນຊຸດໄໝລາວ

ແບ່ງປັນ

ໜ້າຮັກແທ້ເດສຳລັບຄູ່ຮັກໄອດໍ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ເຊິ່ງທັງສອງເປັນເຖິງຄູ່ຮັກດາລາສາວລາວ-ບ່າວໄທ ທີ່ໃຜໆກໍຄົງຈະຮູ້ຈັກ ແລະ ທັງ 2 ກໍກຳລັງທີ່ຈະມີຂ່າວດີພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາເຖິງ, ກ່ອນໜ້ານີ້ແອັບເປີ້ນກໍມີການເປີດເຜີຍຊຸດເຈົ້າສາວປະເພນີໄທເຊິ່ງເປັນຊຸດລາຕີຍາວລາຍລູກໄມ້ສີຂາວທີ່ງາມ ແລະ ລຽບຫຼູ ໄປແລ້ວ ແລະ ຫຼ້າສຸດວ່າທີ່ເຈົ້າສາວເຈົ້າບ່າວກໍໄດ້ເດີນທາງກັບມາທີ່ປະເທດລາວເພື່ອມາເບິ່ງຊຸດໄໝລາວທີ່ຈະໃຊ້ໃນພິທີມົງຄຸນສົມຣົດຂອງທັງສອງນັ້ນເອງ.

ສຳລັບຊຸດໄໝລາວຂອງທັງສອງນັ້ນຄາດວ່າຈະຍັງຢູ່ໃນຊ່ວງຄັດເລືອກເພື່ອໃຫ້ໄດ້ຊຸດທີ່ງາມແລະຖືກໃຈທັງສອງທີ່ສຸດ, ກໍແນວວ່າງານມົງຄຸນສົມຣົດທັງທີຕ້ອງໃຫ້ໄດ້ຊຸດທີ່ງາມ ຕໍ່າທໍດ້ວຍຄວາມປານີດ ແລະ ລຽບຫຼູໃຫ້ສົມຊື່ສາວແອັບເປີ້ນ ແລະ ໜຸ່ມຟຸກ ຢູ່ແລ້ວແມ່ນບໍ່…ອິອິ

ແຟນເພສຄົນໃດທີ່ຍັງບໍ່ເຫັນຊຸດເຈົ້າສາວທີ່ເປັນຊຸດປະເພນີໄທຂອງສາວແອັບເປີ້ນ, ຊະນີIndy ກໍບໍ່ລືມທີ່ຈະເອົາຮູບພາບມາຝາກທຸກຄົນນຳເດີ້!!!

ຂໍຂອບໃຈຮູບພາບ: fluke_jira , appleminiberry

ແບ່ງປັນ