Breaking News

ໄປເບິ່ງ 3 Clinic ສັນຍະກໍາໃນລາວທີ່ມາດຕະຖານຄຸ້ມລາຄາ!! (ໃຜຢາກມີຕາສອງຊັ້ນຕ້ອງອ່ານ)

ແບ່ງປັນ

ສາວໆຍ້ອນຄວາມງາມບໍ່ເຂົ້າຂ້າງໃຜ ແຕ່ເຮົາເລືອກທີ່ຈະງາມໄດ້ບໍ່ຢາກດ້ວຍການສັນຍະກໍາວ່າຊັ້ນ! ສະບາຍດີສາວໆທີ່ກໍາລັງຕ້ອງການຄວາມງາມທຸກໆຄົນ ເພາະມື້ນີ້ BeautyGuru ຈະພາສາວໆງມໄປພ້ອມໆກັນ ສ່ວນວ່າຈະງາມໃນເລື່ອງໃດນັ້ນນໍາແອດມາເລີຍ! ມື້ນີ້ແອດຢາກຈະມາເອົາໃຈພິເສດສໍາລັບສາວຄົນໃດທີ່ມີຮີມຕາຊັ້ນດຽວເຮັດໃຫ້ເບິ່ງບໍ່ງາມ ເຖິງວ່າຈະອອກແນວສາວເກົາຫຼີແຕ່ໜ້າເຮົາຊໍ້າພັດບໍ່ເຂົ້າທາງເກົາຫຼີ ອັນນີ້ມັນກໍເຮັດໃຫ້ເກີດຄວາມບໍ່ພໍໃຈກັນຢູ່ເນາະວ່າບໍ່ສາວໆ ດັ່ງນັ້ນຈຶ່ງເຮັດໃຫ້ເກີດຄວາມຄິດຢາກປ່ຽນຕົວເອງດ້ວຍການໄປເຮັດຕາສອງຊັ້ນເພື່ອໃຫ້ເຂົ້າກັບໃບໜ້າຕົວເອງຄືທີ່ກໍາລັງເປັນທີ່ນິຍົມກັນໃນຕອນນີ້ບໍ່? ອັນນີ້ກໍບໍ່ຜິດເນາະ ເພາະວ່າຄວາມງາມບໍ່ໄດ້ເຂົ້າຂ້າງໃຜຄືແອດເວົ້າຫັ່ນລະ ແຕ່… ສາວໆກໍຄວນຄິດ ແລະ ທົບທວນໃຫ້ດີໆກ່ອນທີ່ຈະຕັດສິນໃຈເຮັດຫຍັງລົງໄປ ເພາະມູນຄ່າໃນການຮັກສາບໍ່ແມ່ນລາຄາຖືກໆ, ບາງຄົນກໍບິນໄກໄປເຮັດຢູ່ຕ່າງປະເທດເລີຍ ຄ່າໃຊ້ຈ່າຍມັນກໍເພີ່ມຂຶ້ນໄປອີກ ແຖມຍັງຕ້ອງມານັ່ງເສຍໃຈຖ້າເຮັດມາແລ້ວມັນບໍ່ດີ ເຮັດມາແລ້ວບໍ່ໄດ້ຕາມຄວາມຄາດຫວັງຂອງຕົວເອງ ຄັ້ນຊັ້ນໃນມື້ນີ້ແອດຈຶ່ງມາແນະນໍາ ລາຄາ ສັນຍະກໍາຕາສອງຊັ້ນ ໃນ Clinic ສັນຍະກໍາໃນລາວທີ່ເໝາະສົມກັບມາດຕະຖານ ແລະ ເຊື່ອວ່າຈະບໍ່ເຮັດໃຫ້ສາວຜິດຫວັງຢ່າງແນ່ນອນ ແຖມຍັງສະດວກຖ້າມີບັນຫາກໍສາມາດເຂົ້າໄປປຶກສາໄດ້ເລີຍ ເພາະຢູ່ບ້ານເຮົາເອງ.

  1. The Beauty Center ຄຼີນິກເສີມຄວາມງາມຄົບວົງຈອນໃນນະຄອນຫຼວງວຽງຈັນ

ສໍາລັບລາຄາສັນຍະກໍາຕາສອງຊັ້ນແມ່ນຢູ່ທີ່ 14.999 ບາດ ເຮັດໄດ້ທັງການຜ່າຕັດ ແລະ ດ້ວຍເລເຊີ່ກໍໄດ້ ມື້ນີ້ເຮົາມີ ຣີວິວມາໃຫ້ເບິ່ງກັນພ້ອມ

  1. DK Clinic Laos

ສໍາລັບລາຄາສັນຍະກໍາຕາສອງຊັ້ນແມ່ນຢູ່ທີ່ 15.000 ບາດ ໄປເບິ່ງຮີວິວເລີຍ

  1. Bbtop Clinic

ຕາສອງຊັ້ນແບບທໍາມະຊາດທີ່ສຸດ ໄດ້ຕາສອງຊັ້ນແບບເຈາະ ພ້ອມດູດໄຂມັນ ລາຄາພິເສດ 24.000 ບາດ ບໍ່ຕ້ອງພັກຟື້ນ ເຮັດແລ້ວກັບບ້ານໄດ້ເລີຍ. ໄປເບິ່ງຣີວິວກັນກ່ອນຕັດສິນໃຈ

By: BeautyGuru

ແບ່ງປັນ