Breaking News

ຫວານສຸດໆ! ປ໋ອກຈັດເຊີໄພ້ຂໍມາກີ້ແຕ່ງດອງທີ່ສວນສະໜຸກດິດນີ່ແລນ!!!

ແບ່ງປັນ

ເປີດເຟສບຸກມາກໍເຈິຂ່າວດີແຕ່ເຊົ້າເລີຍ… ເຊິ່ງເປັນຂ່າວດີຂອງຄູ່ຮັກປະເທດເພື່ອນບ້ານຂອງເຮົານັ້ນກໍຄື ມາກີ້ ແລະ ປ໋ອກ ຄູ່ຮັກນັກສະແດງຊື່ດັງຂວັນໃຈຂອງໃຜຫຼາຍໆຄົນ, ຫຼ້າສຸດໃນມື້ນີ້ທີ່ສວນສະໜຸກດິດນີ່ແລນ ປະເທດ ອາເມລິກາ ໜຸ່ມ ປ໋ອກ ແຟນໜຸ່ມຂອງ ນັກສະແດງສາວ ມາກີ້ ກໍໄດ້ຈັດເຊີໄພ້ໂດຍການກຽມກັບບັນດາໜູ່ເພື່ອນໃນວົງການ 10 ກວ່າຄົນເພື່ອຈະຂໍສາວ ມາກີ້ ແຕ່ງດອງຈົນສຳເລັດໃນທີ່ສຸດ, ເຊິ່ງເປັນທີ່ໜ້າຍິນດີ ບັນຍາກາດອ້ອມຮອບກໍເປັນໃຈສຸດໆ ຈົນເຮັດໃຫ້ມີທັງໜູ່ເພື່ອນຂອງທັງສອງ ແລະ ບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບທັງສອງຢ່າງຫຼວງຫຼາຍ.

ສຳລັບການຈັດກຽມເຊີໄພ້ຂໍແຕ່ງດອງໃນເທື່ອນີ້ ປ໋ອກ ໃຊ້ເວລາເຖິງ 1 ປີໃນການກະກຽມກັນເລີຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງນຳເດີ້!!!

 

ແບ່ງປັນ