Breaking News

ຕະລຶງ! ນູ່ນີ່ ໂຊຄວາມຫວານຜ່ານສື່ ເປີດໂຕແຟນຕົວຈິງສຽງຈິງ!!!

ແບ່ງປັນ

ກາຍເປັນກະແສສຸດຮ້ອນແຮງທາງສັງຄົມອອນລາຍ ເພາະວ່າສາວ ນູ່ນີ່ ກຸມພົນພັກດີ ຫຼື (ນູ່ນີ່ Take me out Thailand) ໄດ້ອອກມາໂພສຮູບຄູ່ກັບຫວານໃຈ ແຖມຍັງຂຽນຄຳອະທິບາຍສຸດແສນຈະໂລແມນຕິກວ່າ: “ຂອບໃຈຫຼາຍໆ ທີ່ຢູ່ນຳກັນຕະຫຼອດມາ ໃນເວລາທຸກ ແລະ ເວລາສຸກ ຂອບໃຈທີ່ຮັກກັນສະເໝີມາ” ພໍແຕ່ໂພສແບບນີ້ເຮັດໃຫ້ມີແຟນຄລັບເຂົ້າມາສະແດງຄວາມຍິນດີກັບສາວນູ່ນີກັນຢ່າງຫຼວງຫຼາຍ.

ແຕ່ກໍເກີດມີກະແສ ດຣ່າມ່າ ເພາະເກີດຄວາມຕະລຶງຂອງແຟນໆວ່າ ໃນຂະນະນີ້ ນູ່ນີ່ ຍັງເປັນອີກໜຶ່ງສາວທີ່ໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ ແຕ່ກັບເປີດໂຕແຟນຕົວຈິງສຽງຈິງ ເຮັດໃຫ້ເກີດມີຄົນເຂົ້າໄປສະແດງຄວາມຄິດເຫັນກັນຕ່າງໆນາໆ, ເຖິງຢ່າງໃດກໍຕາມກໍຂໍເປັນກຳລັງໃຈໃຫ້ກັບສາວ ນູ່ນີ່ ເພາະຄວາມຮັກງົດງາມສະເໝີເນາະ!!!

ຂໍຂອບໃນຮູບພາບຈາກ: Noony Koumphonphakdee

ແບ່ງປັນ