Breaking News

ກຸ່ມບໍລິສັດ K&C ບິແບ່ງຜົນກຳໄລຊ່ວຍເຫຼືອສັງຄົມ

ແບ່ງປັນ

 ກຸ່ມບໍລິສັດ ເຄແອນຊີ (K&C Group)  ໄດ້ຈັດພິທີ ມອບ-ຮັບ ເສັ້ນທາງເບຕົງເສີມເຫຼັກ ມູນຄ່າ  602,046,000 ກີບ ຢູ່ທີຮ່ອມ 13 ບ້ານ ສີສະຫວາດ  ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ  16 ມິຖຸນາ 2017.   ໂດຍການມອບຂອງທ່ານ ກິດສະໜາ ວົງໄຊ ແລະ ນາງ ຈັນທະຈອນ ວົງໄຊ ປະທານ ແລະ ຮອງປະທານ ກຸ່ມບໍລິສັດ ເຄແອນຊີ ແລະ ກ່າວຮັບໂດຍທ່ານ ນາງ ບົວລອນ ວົງດາລາແສນ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ ເຈົ້າເມືອງ ເມືອງຈັນທະບູລີ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຕາງໜ້າໃຫ້ກັບທາງພາກລັດຖະບານ ໃນການມອບຫຼຽນໄຊ ພັດທະນາຊັ້ນ III  ໃຫ້ກັບກຸ່ມບໍລິສັດເຄແອນຊີໃນຄັ້ງນີ້, ພ້ອມນັ້ນຍັງມີບັນດາທ່ານ ແຂກທີ່ມີກຽດຖືກເຊີນ, ຄອບຄົວວົງໄຊ, ພ້ອມດ້ວຍປະຊາຊົນບ້ານສີສະຫວາດເຂົ້າຮ່ວມ.

ກຸ່ມບໍລິສັດ ເຄແອນຊີ ເປັນບໍລິສັດໃຫຍ່ ທີ່ມີການເຮັດທຸລະກິດຫຼາກຫຼາຍຂະແໜງການ ມາຫຼາຍສິບປີ ສະນັ້ນ, ຈຶ່ງບິແບ່ງຜົນກຳໄລຂອງທຸລະກິດຕົນເອງ ກໍຄືຄອບຄົວ ມາຊ່ວຍເຫຼືອສັງຄົມ ເປັນຕົ້ນກໍແມ່ນການແປງເສັ້ນທາງເບຕົງຮ່ອມ 13 ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເນື່ອງຈາກເປັນເສັ້ນທາງຈຸດສຳຄັນຂອງເສດຖະກິດ, ໃຈກາງເມືອງ ຕິດກັບສະຖາບັນຂອງລັດ ແລະ ການສຶກສາຫຼາຍແຫ່ງໂດຍສະເພາະ ໂຮງຮຽນ ມສ ວຽງຈັນ. ດັ່ງນັ້ນ, ທາງກຸ່ມບໍລິສັດ ເຄແອນຊີ ຈຶ່ງເຫັນດີຕໍ່ການແປງເສັ້ນທາງດັ່ງກ່າວໃຫ້ມີຄຸນນະພາບ ແລະ ມາດຕະຖານທີ່ດີໃຫ້ກັບປະຊາຊົນໄດ້ມີຄວາມສະດວກສະບາຍໃນການໄປມາຫາສູ່ ແລະ ການດຳເນີນທຸລະກິດໄດ້ຢ່າງຄ່ອງແຄ່ວ.​

ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງເສັ້ນທາງເບຕົງ ເສີມເຫຼັກ ຮ່ອມ 13 ບ້ານສີສະຫວາດ ມີລວງຍາວທັງໝົດ 240 ແມັດ, ກວ້າງ 5,5 ແມັດ, ມີລະບົບລະບາຍນໍ້າເສຍ 1 ເບື້ອງ, ຝາປິດລົດສາມາດແລ່ນຢຽບໄດ້ ລວມມູນຄ່າ ທັງໝົດ 602,046,000 ກີບ ໂດຍແມ່ນທຶນຂອງ ກຸ່ມບໍລິສັດເຄແອນຊີ 100% ໂຄງການດັ່ງກ່າວໄດ້ເລີ່ມຕັ້ງແຕ່ ວັນທີ 2 ມີນາ 2017 ແລະ ໄດ້ສຳເລັດໃນວັນທີ 10 ເມສາ 2017 ທີ່ຜ່ານມາ ໂດຍໃຊ້ເວລາການກໍ່ສ້າງ 38 ວັນ.

ທັງນີ້, ກໍເພື່ອເປັນການອຳນວຍຄວາມສະດວກສະບາຍໃນການສັນຈອນຂອງພໍ່ແມ່ປະຊາຊົນເຂດໃກ້ເຮືອນຄຽງມີຊີວິດທີ່ດີຂຶ້ນ, ໄດ້ມີເສັ້ນທາງທີ່ມີມາດຕະຖານ ແລະ ຄຸນນະພາບທີ່ດີໄດ້ນໍາໃຊ້. ເພາະເມືອກ່ອນແມ່ນມີຄວາມຫຍຸ້ງຍາກຫຼາຍໃນການໄປຫາສູ່.

ແບ່ງປັນ