Breaking News

ນູ່ນີ່ ອອກມາເວົ້າແລ້ວກ່ຽວກັບຮູບຄູ່ກັບຜູ້ຊາຍ ແລະ ແຄັບຊັ້ນສຸດຫວານທີ່ເຮັດເອົາແຟນຄລັບງົງ!!! (ມີຄລິບ)

ແບ່ງປັນ

ກາຍເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເປັນເລື່ອງລາວຂອງສາວ ນູ່ນີ່ ກຸມພົນພັກດີ ສາວໂຕນ້ອຍໜ້າຮັກຂວັນໃຈຂອງຫຼາຍໆຄົນ ທີ່ຢູ່ໆນາງກໍໄດ້ອອກມາໂພສຮູບຄູ່ພ້ອມແຄັບຊັ່ນສຸດຫວານ…ຈົນກາຍເປັນກະແສ ດຣ່າມ່າ ພາຍໃນຂ້າມຄືນ ເພາະເປັນໃຜກໍຄົງຈະຄິດວ່າຜູ້ຊາຍທີ່ຢູ່ໃນຮູບພາບເປັນຫວານໃຈຂອງນາງ, ຈົນຫຼ້າສຸດ ນູ່ນີ່ ແລະ ຜູ້ຊາຍຢູ່ໃນຮູບພາບກໍໄດ້ອອກມາຂໍໂທດແຟນຄລັບທີ່ເຮັດໃຫ້ເຂົ້າໃຈຜິດ ເພາະທັງສອງເປັນພຽງແຕ່ໜູ່ຮ່ວມງານທີ່ມີຄວາມຮູ້ສຶກດີໆໃຫ້ກັນເທົ່ານັ້ນ ບໍ່ໄດ້ເປັນແຟນແຕ່ຢ່າງໃດ!!!

https://www.facebook.com/noony.koumphonphakdee/videos/1883473171907691/

 

ໂອ້ຍ!!! ໃຄແດ່…ເຮັດເອົາ ຊະນີIndy ແລະ ແຟນໆງົງ ແລະ ໃຈຫາຍໃຈຄວໍ້າໄປຕາມໆກັນ ມື້ໜ້າຖ້າຈະໂພສລັກສະນະແບບນີ້ຝາກສາວ ນູ່ນີ່ ຄົນງາມບອກເປັນໄນໆໃຫ້ທຸກໆຄົນໄດ້ຮູ້ກັນກ່ອນແດ່ເດີ້ ອິອິ ເພື່ອຈະບໍ່ໄດ້ມານັ່ງງົງວ່າມັນເປັນແນວໃດກັນແທ້ຫັ້ນນ່າ (555)

ຂໍຂອບໃຈຮູບພາບ: Noony Koumphonphakdee

ແບ່ງປັນ