Breaking News

HUAWEI P10 ນໍາສະເໜີສີໃໝ່ ສີຂຽວ ( Greenery ) ຂໍ້ສະເໜີສຸດພິເສດຮ່ວມກັບ ລາວໂທລະຄົມ ແລະ ອິອອນ

ແບ່ງປັນ

ໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ບໍລິສັດຫົວເຫວີຍ ໄດ້ມີການນໍາສະເໜີ HUAWEI P10 PLUS ສີຂຽວ(Greenery) ສີສັນຂອງປີ 2017 ທີ່ຈະເປັນຕົວແທນແຟຊັ້ນຂອງປີນີ້ ພ້ອມກັບຂໍ້ສະເໜີສຸດພິເສດໃໝ່ລ່າສຸດທີ່ຮ່ວມມືກັບ ບໍລິສັດລາວໂທລະຄົມ ແລະ ອິອອນ%.

ພາຍໃນງານ ທ່ານນາງ ຊັດຊະນີ ສຸມາເນດ ຮອງຜູ້ອຳນວຍການຝ່າຍອຸປະກອນສື່ສານຫົວເຫວີຍລາວໄດ້ໃຫ້ກຽດຂຶ້ນສະເໜີວ່າ: ຫົວເຫວີຍ P10 Plus ສີຂຽວ ສີແຫ່ງປີ 2017 ເຊິ່ງບໍລິສັດຫົວເຫວີຍໄດ້ຮ່ວມມືກັບສະຖາບັນແຫ່ງສີ Pantone ເຊິ່ງເປັນຜູ້ຊ່ຽວຊານກ່ຽວກັບສີລະດັບໂລກ ທີ່ຈະເຮັດໃຫ້ສະມາດໂຟນມີສີສັນໃໝ່ໆ ທີ່ບໍ່ເຄີຍມີມາກ່ອນ ກໍ່ເຊັ່ນດຽວກັນກັບສີຂຽວ (Greenery) ທີ່ໂຕເຄື່ອງມີການອອກແບບທີ່ໃຫ້ຄວາມຫຼູຫຼາຫຼາຍຂຶ້ນ ດ້ວຍພື້ນຜິວ Diamond-cut ພາໃຫ້ເກີດຄວາມແວວວາວເມື່ອກະທົບກັບແສງ ເຊິ່ງພາໃຫ້ໂທນສີນີ້ກາຍເປັນສີຍອດນິຍົມ ແລະ ບໍ່ຄ່ອຍເຫັນມາກ່ອນ, ນອກຈາກນີ້ກໍ່ຍັງມີອີກຫຼາກຫຼາຍສີສັນໃຫ້ທ່ານໄດ້ເລືອກເຊັ່ນ: Greenery, Dazzling Blue, Dazzling Gold, Prestige Gold, Graphite Black.
ແລະ ກໍ່ເປັນຄັ້ງທຳອິດໃນປະເທດລາວທີ່ມີການຮ່ວມມືກັນຂອງ 3 ບໍລິສັດ ຫົວເຫວີຍ, ລາວໂທລະຄົມ ແລະ ອິອອນ ທີ່ສະເໜີແພັກເກັດສຸດຄຸ້ມໃຫ້ກັບລູກຄ້າທຸກທ່ານໂດຍມີໃຫ້ລູກຄ້າເລືອກ 2 ແພັກເກັດສຳລັບ HUAWEI P10/P10PLUS ຄື:
1. ແພັກເກັດຈ່າຍພຽງ 0 ກີບ ຮັບເຄື່ອງໄປເລີຍ ສຳລັບລູກຄ້າທີ່ສະໝັກແພັກເກັດພິເສດລາວໂທລະຄົມໄລຍະ 12 ເດືອນ.
ແພັກເກັດພຽງເດືອນລະ 792,000 ກີບ/ເດືອນ ໄດ້ຮັບອິນເຕີເນັດດາຕ້າ 15000 MB ແລະ ໂທທຸກເຄືອຂ່າຍ 240 ນາທີ/ເດືອນ
2. ຫລຸດລາຄາເຄື່ອງ 50% ຈ່າຍພຽງເຄິ່ງໜຶ່ງຮັບເຄື່ອງໄປເລີຍສຳລັບລູກຄ້າທີ່ສະໝັກແພັກເກັດພິເສດລາວໂທລະຄົມໄລຍະ 12 ເດືອນ
P10 plus ລາຄາປົກກະຕິ 5,600,000 ກີບ ເຫລືອພຽງ 2,800,000 ກີບ
ຈ່າຍຄ່າແພັກເກັດເດືອນລະ 395,000 ກີບ/ເດືອນ ໄດ້ຮັບອິນເຕີເນັດດາຕ້າ 6000 MB ແລະ ໂທທຸກເຄືອຂ່າຍ 200 ນາທີ/ເດືອນ
ນອກຈາກນີ້ HUAWEI P10 plus ສີຂຽວ(Greenery) ກໍ່ມາພ້ອມກັບໂປໂມຊັ້ນຂອງແຖມມູນຄ່າລວມກວ່າ 3,000,000 ກີບເຊັ່ນ : ແພັກເກັດໂທຟຣີ ແລະ ຫຼິ້ນອິນເຕີເນັດຈາກລາວໂທລະຄົມ, ຫົວເຫວີຍກິຟບ໊ອກ ແລະ ຍັງມີລຳໂພງບູທູດສຸດຍອດຄຸນນະພາບສຽງມູນຄ່າ : 800,000 ກີບ ແລະ ຍັງມີການບໍລິການຫຼັງການຂາຍທີ່ດີທີ່ສຸດໃຫ້ແກ່ລູກຄ້າ HUAWEI P10 ແລະ P10 PLUS ເຊັ່ນ: ຮັບປະກັນໜ້າຈໍ 3 ເດືອນ, ໄປຮັບເຄື່ອງຢູ່ບ້ານມາສ້ອມແປງ(ສະເພາະນະຄອນຫລວງວຽງຈັນ), ສ້ອມແປງໄວພາຍໃນ 2 ຊົ່ວໂມງ ແລະ ສະຫຼັກຊື່.

ແບ່ງປັນ