Breaking News

ຊົມເຊີຍ! ອຸງ ທົດສະພອນ ທັງເຈົ້າຊູ້ທັງເກັ່ງ ຮັບໃບປະກາດໃນລະດັບປະລິນຍາຕີທີ່ມະຫາວິທະຍາໄລລະດັບໂລກ!!!  

ແບ່ງປັນ

ກາຍເປັນ ຂວັນໃຈ ຄົນໃໝ່ຂອງປະຊາຊົນລາວເຮົາໄປແລ້ວສຳລັບ ອຸງ ທົດສະພອນ ສິດພະໄຊ ທີ່ກ່ອນໜ້ານີ້ເພິ່ນໄດ້ໄປສ້າງຊື່ສຽງໃຫ້ປະເທດລາວຂອງເຮົາໂດຍການໄປປະກວດ “Mister national universe 2017” ແລະ ແຖມຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະຄວ້າລາງວັນຂວັນໃຈສື່ມວນຊົນ “Media’s Choice Awards” ມາຝາກຄົນລາວເຮົາຈົນສ້າງສຽງຮືຮາມາແລ້ວ, ແລະ ຫຼ້າສຸດເລື່ອງລາວຂອງໜຸ່ມຮ໋ອດຄົນນີ້ກໍຍັງບໍ່ໝົດໄປເພາະ ອຸງ ໄດ້ກັບໄປຮັບໃບປະກາດໃນລະດັບປະລິນຍາຕີ ສາຂາ “Accounting – Marketing” ທີ່ປະເທດ ອົດສະຕຣາລີ ຈາກ University of New South Wales ເຊິ່ງກໍຖືວ່າເປັນມະຫາວິທະຍາໄລທີ່ມີຄຸນນະພາບ ແລະ ຕິດອັນດັບໂລກ ແຖມບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໄປສຶກສາຖ້າບໍ່ເກັ່ງແທ້ໆ, ເອົ້າ ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍໝຸ່ມ ອຸງ ໜຸ່ມລາວເຮົາຄົນນີ້ທີ່ທັງເຈົ້າຊູ້ ມີຄວາມສາມາດແຖມຮຽນເກັ່ງ ຂໍຕົບມືໃຫ້ເລີຍ!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ

ຮູບພາບຈາກ: Oung Thotsaphone Sitphaxay

ແບ່ງປັນ