Breaking News

ໄປເບິ່ງ! ເຄື່ອງປະດັບທີ່ທີ່ມີຂາຍໃນລາວ ແຖມຍັງສາມາດ Match ກັບຊຸດໄໝລາວໃຫ້ງາມແບບລໍ້າຄ່າທີ່ສຸດ

ແບ່ງປັນ

ສະບາຍດີສາວໆແຟນໆຂວັນໃຈທຸກຄົນ ມື້ນີ້ BeautyGuru ຈະພາສາວໆໄປໃຈລະລາຍກັບເຄື່ອງປະດັບງາມໆ ຄືລາຍສາຍແຂນຄໍາງາມໆ ທີ່ມີຂາຍຢູ່ໃນລາວເຮົາ ທີ່ສາມາດ Match ກັບຫຼາກຫຼາຍຊຸດ ແຕ່ງໄດ້ຫຼາກຫຼາຍ Style ບໍ່ວ່າຈະເປັນຊຸດລາຕຼີ, ຊຸດໄໝລາວ, ຊຸດປາຕີ່… ອອກງານໃດໆກໍງາມເລີ໋ດ ແລະ ລໍ້າຄ່າກວ່າໃຜໆຢ່າງແນ່ນອນແອດຂໍຮັບປະກັນໄດ້ເລີຍ ແຕ່ກ່ອນຈະໄປເບິ່ງ ແອດກໍຂໍເຕືອນສາວໆວ່າໃຫ້ເຮັດໃຈແຂງແດ່ ບໍ່ຊັ້ນອາດຈະຕ້ອງໃຈລະລາຍໄປນໍາບັນດາເຄື່ອງປະດັບລາຍສາຍແຂນຄໍາງາມໆ ພວກນີ້ກໍອາດຈະເປັນໄດ້ ຖ້າໃຈແຂງພໍແລ້ວເຮົາກໍໄປເບິ່ງພ້ອມກັນເລີຍ

  • ຄູ່ກັບຊຸດລາຕຼີ ງາມລໍ້າຄ່າ

  • ໃສ່ຄູ່ກັບຊຸດໄໝລາວທໍາມະດາ ແບບນາງສາວນະຄອນຫຼວງກໍງາມສຸດໆໄປເລີຍ

  • ໃສ່ຄູ່ກັບຊຸດເຈົ້າສາວແບບນີ້ແຫ່ງງາມບໍ່ໃຫ້ວ່າ

  • ມີເພີ່ມມາໃຫ້ໃຈລະລາຍກັນຕຶ່ມ

ສາວໆຖ້າໃຈຍັງບໍ່ລະລາຍກັນກ່ອນຢ່າລືມ Comment ມາບອກກັນແດ່ເດີ້ ສ່ວນ ແອດຂໍໂຕໄປທໍາໃຈກ່ອນ ເພາະ ມັກທຸກແບບເລີຍ555

By: BeautyGuru

ຂໍຂອບໃຈຮູບພາບຈາກ: ຮ້ານຄໍາສີດາລາດຊະວົງ, ຮ້ານຄໍາ ຄໍາພູວົງ, ຮ້ານຄໍາພອນທິບ ແລະ ຮ້ານຄໍາທອງຄູນ

ແບ່ງປັນ