Breaking News

ເປີດໂຕຢ່າງເປັນທາງການ Honda City 2017

ແບ່ງປັນ

ບໍລິສັດ ນິວຈິບເຊັງ ຈຳກັດໄດ້ເປີດໂຕລົດໃໝ່ ລຸ້ນ New Honda City ຢ່າງເປັນທາງການໃນລາວ. ໃນວັນທີ 21 ມິຖຸນາ 2017 ຢູ່ທີ່ໂຊຣູມ ຮອນດ້າ ບ້ານວັດໄຕໃຫຍ່ທົ່ງ. ກ່າວເປີດໂຕໂດຍທ່ານ ສະເໜີ ຈຸນລະມະນີ ຮອງປະທານບໍລິສັດ ນິວຈິບເຊັງ ຈໍາກັດ.

New Honda City 2017 ລຸ້ນໃໝ່ໄດ້ປັບຮູບໂສມໃໝ່ Minor Change ທີ່ໄດ້ປະສົມປະສານຄວາມເປັນ Premium and Sport ຢ່າງເຕັມໂຕ ດ້ວຍ Design ໃໝ່ທີ່ໂດດເດັ່ນຮອບຄັນ, ມີການປັບປ່ຽນຍົກລະດັບຄວາມຫຼູຫຼາ ແລະ ຄວາມ Sport ຫຼາຍກວ່າເກົ່າທັງພາຍນອກ ແລະ ພາຍໃນ ລວມເຖິງອຸປະກອນຄວາມສະດວກສະບາຍທີ່ທັນສະໄໝ ແລະ ມາດຕະຖານຄວາມປອດໄພທີ່ຄົບຖ້ວນເຊັ່ນ:

  • ພາຍນອກ: ມີີການປັບປ່ຽນຮູບຊົງໄຟໜ້າ ພ້ອມໄຟສ່ອງແຈ້ງສະຫວ່າງ ການຂັບຂີ່ໃນເວລາກາງເວັນແບບ LED ພ້ອມໄຟຕັດໝອກຄູ່ໜ້າ ສ່ວນກະຈັງໜ້າເປັນແບບໂຄຣນ້ຽມ ພ້ອມກັນຊົນໜ້າ-ຫຼັງ Design ໃໝ່ Style Sport ລໍ້ອັນລອຍລາຍໃໝ່.
  • ພາຍໃນ: ມີການອອກແບບແຜງຄອນໂຊນສີເທົາດ້ານ ( Gun Metallic ) ເບິ່ງແບບ Sport ແລະຫຼູຫຼາກວ່າເກົ່າ ພ້ອມເບາະນັ່ງລາຍໃໝ່ Style Sport.
  • ເຄື່ອງຈັກ: ເໝືອນເດີມ SOHC i-VTEC5 ລິດ ໃຫ້ກໍາລັງສູງ 117 ແຮງມ້າ 6.000 ຮອບ/ວິນາທີ, ແຮງບິດສູງສຸດ 146 ນິວຕັນ-ແມັດ ທີ່ 4.700 ຮອບ/ນາທີ, ອັດຕາການສິ້ນເປືອງນໍ້າມັນຢູ່ທີ່ 20.0 ກມ/ລິດ ນອກຈາກນີ້ຍັງມີເທັກໂນໂລຍີ່ອັດສະລິຍະ ແລະ ຄວາມປອດໄພລະດັບສູງ ເຊັ່ນ: ຖົງລົມຄູ່ໜ້າ ( Dual SRS ), ລະບົບປ້ອງກັນລໍ້ລ໊ອກ ( ABS ) ແລະ ອີກຫຼາຍໆຢ່າງ.

NEW HONDA CITY 2017 1.5 EX-G AT ມີສີໃຫ້ເລືອກທັງໝົດ 6 ສີຄື: ສີຂາວມຸກ, ສີດໍາມຸກ, ສີປອນເງິນເມທາລິກ, ສີເທົາມາທາລິກ, ສີແດງມຸກ ແລະ ສີຟ້າມຸກ ສໍາລັບລາຄາແມ່ນ 196.940.000 ກີບ.

 

ແບ່ງປັນ