Breaking News

ເປັນ MC ທໍາມະດາວ່າຍາກແລ້ວ! ເປັນ MC ສອງພາສາຍິ່ງຍາກກວ່າ! ແລ້ວ 3 ສາວນີ້ເຮັດໄດ້ແນວໃດ? (ຕ້ອງອ່ານເອງເຖິງຈະຮູ້)

ແບ່ງປັນ

ຄໍລໍາ: Specail Scoop ສໍາລັບສາວໆ ຫຼືໃຜທີ່ມີຄວາມໄຟ່ຝັນຢາກເປັນ MC ສອງພາສາຫ້າມພາດ!!

ຖ້າເວົ້າເຖິງ MC ແລ້ວ ເວົ້າໄດ້ວ່າເປັນຄວາມຝັນຂອງຫຼາຍໆຄົນທີ່ໄຟ່ຝັນຢາກຈະເປັນ ແລະ ຫຼາຍຄົນກໍຄິດວ່າມັນເປັນວຽກທີ່ຍາກຫຼາຍ ເພາະຕ້ອງມີທັກສະໃນການເວົ້າທີ່ສູງຫຼາຍ ຍິ່ງເປັນ MC ສອງພາສາ ຍິ່ງຕ້ອງໄດ້ໃຊ້ທັກສະທີ່ສູງຂຶ້ນໄປອີກ ເພາະແນ່ນອນວ່າ ພາສາທີ່ສອງ ທີ່ເຮົາຈະນໍາຂຶ້ນໄປເວົ້າເທິງເວທີນັ້ນໆ ມັນບໍ່ແມ່ນພາສາທີ່ເຮົາຮຽນຮູ້ມາແຕ່ເກີດ ສະນັ້ນໂອກາດທີ່ຈະຜິດພາດຈຶ່ງມີຫຼາຍທີ່ສຸດ ບໍ່ວ່າຈະເປັນສໍານຽງ ຫຼືການອອກສຽງເພື່ອໃຫ້ເຈົ້າຂອງພາສາເຂົາເຂົ້າໃຈ ດັ່ງນັ້ນ ໃນວາລະສານຂວັນໃຈສະບັບນີ້ ພວກເຮົາຈຶ່ງມີຄວາມຍິນດີ ແລະ ພູມໃຈທີ່ຈະສະເໜີຫຼາຍສໍາລັບທັກສະຂອງການເປັນ MC ຈາກ 3 ສາວ MC ສອງພາສາ ທີ່ຜ່ານປະສົບການຈາກຫຼາຍເວທີ ແລະ ມີຊື່ສຽງລະດັບປະເທດມາແລ້ວ ທີ່ຈະມາແນະນໍາ ເປັນຄວາມຮູ້ດີໆ ສໍາລັບຄົນທີ່ມີຄວາມຝັນຢາກເປັນ MC ຄືກັນກັບພວກນາງ

ນິນນະພາ ພຸດສະຫວັດ (MC Anna) ບອກວ່າ: “ຖ້າມື້ນີ້ເຮົາບໍ່ໄດ້ພົບອຸປະສັກຕົວນີ້ ມື້ໜ້າເຮົາກໍບໍ່ພົບໂອກາດທີ່ດີກວ່າ”

ສຸດາພອນ ສີຊົມຊື່ນ (MC Yuii)  ບອກວ່າ: “ສະຕິ ແລະ ສະມາທິ ຈະຊ່ວຍໃຫ້ເຮົາຜ່ານບັນຫາທຸກຢ່າງໄປໄດ້ດ້ວຍດີ”

ອະນຸລັກ ວິລະວົງ (MC Petnoy) ບອກວ່າ: “ບໍ່ຕ້ອງອາຍ ຖ້າອາຍແມ່ນເຮັດບໍ່ໄດ້ ຖ້າກັງວົນກໍເຮັດບໍ່ໄດ້ ສາວໆຕ້ອງມີຄວາມໝັ້ນໃຈ ແລະ ນັບຖືຜູ້ອື່ນ”

ວ້າວ!!! ເລີ໋ດຮ້າຍສໍາລັບຄະຕິຂອງແຕ່ລະຄົນ ສໍາລັບຜູ້ທີ່ສົນໃຈ ຢາກອ່ານເນື້ອໃນແບບເຕັມໆ ຈາກ 3 ສາວ MC ສອງພາສານີ້ ແມ່ນສາວໆສາມາດຊອກອ່ານໄດ້ ໃນວາລະສານ ຂັວນໃຈ ສະບັບເດືອນ ມີຖຸນາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

 

ແບ່ງປັນ