Breaking News

ຂໍສະແດງຄວາມຍິນດີ! ກິກ ໄພລິນດາ ໃຫ້ກຳເນີດທາຍາດແລ້ວເປັນລູກຊາຍ ແຖມໜ້າຮັກຫຼາຍ!!!

ແບ່ງປັນ

ກາຍເປັນຄອບຄົວທີ່ສົມບູນແບບເປັນທີ່ຮຽບຮ້ອຍສຳລັບ ກິກ ໄພລິນດາ ພິລາວັນ ອະດີດນາງງາມປີ 2009 ທີ່ກ່ອນໜ້ານີ້ເພິ່ນກໍແຕ່ງດອງໄປກັບຄົນຮັກກໍຖືວ່າເປັນຂ່າວດີກັບວົງການບັນເທິງບ້ານເຮົາ ແລະ ຫຼ້າສຸດກໍຍິ່ງເປັນຂ່າວດີອີກແລ້ວເມື່ອໄດ້ຍິນຂ່າວວ່າກິກໃຫ້ກຳເນີດທາຍາດໃນວັນທີ 21 ມິຖຸນາ 2017 ເຊິ່ງລູກຂອງກິກເປັນເພດຊາຍ ແຖມມີຄວາມໜ້າຮັກໜ້າຊັງຫຼາຍ ອອກມາໄດ້ສົມບູນແຂງແຮງ, ຢ່າງໃດ ທີມງານ ຂວັນໃຈ ແລະ ແຟນເພສທຸກໆຄົນກໍຂໍສະແດງຄວາມດີໃຈກັບສາວ ກິກ ນຳຫຼາຍໆ ຂໍໃຫ້ແຂງແຮງທັງແມ່ທັງລູກໄວໆເລີຍເດີ້!!!

#ແຊຣໄປເປັນກຳລັງໃຈໃຫ້ແມ່ມືໃໝ່ກັນແດ່

ທີ່ມາ: Kik Phailinda Philavanh

ແບ່ງປັນ