Breaking News

ຫຼັງຈາກເສັງຈົບຊັ້ນແລ້ວໃຜເຄີຍເຮັດແນວນີ້ແດ່!

ແບ່ງປັນ

ການເສັງຈົບຊັ້ນຂອງນ້ອງໆນັກຮຽນມໍ 7 ລຸ້ນທີ 7 ປີ 2017 ( ປາໂທເລກງາມແທ້ 777 ) ກໍ່ເປັນອັນວ່າສໍາເລັດໄປແລ້ວເນາະ ແຕ່ຍັງບໍ່ຮູ້ວ່າຜົນການສອບເສັງຊິອອກມາເປັນແບບໃດ. ມື້ວານເປັນມື້ສຸດທ້າຍຂອງການສອບເສັງ ຫຼັງຈາກສອບເສັງແລ້ວບັນດານ້ອງໆຮັກຮຽນມໍ 7 ທັງຫຼາຍຕ່າງກໍພາກັນດີໃຈ ແຈກລາຍເຊັນ, ຂຽນຄວາມຮູ້ສຶກ…ໃສ່ເສື້ອໃຫ້ກັນໄປຕ່າງໆນາໆ ( ສະໄໝຕອນແອດຮຽນຈົບກໍແຈກລາຍເຊັນປານດາລາພຸ້ນແຫຼະ…555 ). ຕໍ່ຈາກນີ້ໄປກໍເລີ່ມກ້າວເຂົ້າຮົ້ວຂອງການສຶກສາໄປເປັນໜຸ່ມໆສາວໆມະຫາໄລແລ້ວ ແຕ່ທີ່ຍັງເຫຼືອໄວ້ກໍຄືມິດຕະພາບ ແລະ ຄວາມຊົງຈໍາທີ່ດີທີ່ມີໃຫ້ກັນ ຫຼື ລາຍເຊັນຢູ່ເສື້ອ…555. ແອດໄດ້ນໍາເອົາຮູບພາບຄວາມປະທັບໃຈຂອງນ້ອງໆນັກຮຽນ ແລະ ບົດເພງມ່ວນໆມາຝາກ!!

#ຖ້າໃຜຄິດຮອດສະໄໝຕອນເປັນນັກຮຽນມໍ 7  ຫຼື ມີຮູບໃຜຢ່າລືມແຊໄປໃຫ້ທຸກຄົນໄດ້ຮູ້!!

ບົດເພງ: ລາຍເຊັນ ມໍ 7
ສິນລະປິນ: MiXERS

ແບ່ງປັນ