Breaking News

ໃຊ້ຊີວິດຢ່າງມີເປົ້າໝາຍ ແລະ ການທີ່ຈະພາຕົວເອງໄປເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະ ມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ

ແບ່ງປັນ

ຄໍລໍາ: Chic Working Women

ສາວໆ! ເຄີຍບໍ່ທີ່ມີຄວາມຝັນ ແລະ ມັກຫຍັງຈັກຢ່າງມາແຕ່ນ້ອຍ ແຕ່ບັງເອີນບໍ່ໄດ້ຮຽນສາຍທີ່ຕົວເອງຝັນໄວ້ ເລີຍບໍ່ໄດ້ເຮັດຫຍັງທີ່ຝັນໄວ້ເລີຍ! ເມື່ອຍບໍ່? ທໍ້ບໍ່? ທີ່ນອກຈາກຈະບໍ່ໄດ້ເຮັດຕາມຄວາມຝັນແລ້ວ ຍັງຕ້ອງໄດ້ບັງຄັບຕົວເອງເຮັດໃນສິ່ງທີ່ຕົວເອງບໍ່ມັກອີກ! ທັ້ງທີ່ຮູ້ວ່າຕົວເອງບໍ່ມັກແຕ່ກໍຕ້ອງເຮັດ ເພາະເຮົາຮຽນຈົບມາດ້ານນີ້ມາ ຖ້າຈະເຮັດອັນອື່ນກໍຢ້ານເຮັດບໍ່ໄດ້! ສາວໆຄວນຢຸດຄວາມຄິດນັ້ນໄດ້ແລ້ວ ແລ້ວມາອ່ານເລື່ອງລາວຂອງສາວຄົນນີ້ ສາວ ສຸດສະດາ ພໍລະສິມ (ຕຸກຕາ) ທີ່ຮຽນຈົບສາຂາ ວິທະຍາສາດຄອມພິວເຕີ ແຕ່ມາເປັນຄູສອນ ເນື່ອງຈາກເປັນຄວາມໄຟ່ຝັນທີ່ຢາກເປັນມາແຕ່ນ້ອຍ ເຖິງຈະຮຽນຈົບສາຍໃດມາກໍຕາມ ແຕ່ນາງກໍຍັງຊອກຫາວິທີທີ່ຈະເຮັດມັນໃຫ້ໄດ້ ເພາະນາງເຊື່ອວ່າ: “ການທີ່ຈະພາຕົວເອງໄປເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະ ມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ”

ສໍາລັບເລື່ອງລາວຂອງສາວຄູ ຕຸກຕາ ແບບເຕັມໆນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີຖຸນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

ແບ່ງປັນ