Breaking News

ບໍລິສັດ ປັນຍາທິບແອັດເວີທາຍຊິງ ຈັບມືກັບ ແພຼນບີ ມີເດຍ ຮ່ວມລົງທຶນເພື່ອພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນາ.

ແບ່ງປັນ

ປັນຍາທິບແອັດເວີທາຍຊິງ ຈັບມືກັບແພຼນບີ ມີເດຍ ຮ່ວມລົງທຶນເພື່ອການພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນານອກສະຖານທີ່ໃນ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ.

ນະຄອນຫຼວງວຽງຈັນ ວັນທີ 22 ມິຖຸນາ 2017 ທີ່ໂຮງແຮມ ລາວ-ພຣາຊ່າ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ປັນຍາທິບ ແອັດເວີທາຍຊິງ ເຊິ່ງເປັນບໍລິສັດການລົງທຶນທາງດ້ານໂຄສະນາຄົບວົງຈອນອັນດັບຕົ້ນໆຂອງ ສປປ ລາວ ແລະ ບໍລິສັດ ແພຼນບີ ມີເດຍ (ຈາກປະເທດໄທ) ໄດ້ຮ່ວມເຊັນສັນຍາລົງນາມຮ່ວມທຸລະກິດດ້ານສື່ໂຄສະນາ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິດສະໜາ ວົງໄຊ ປະທານກຸ່ມ ບໍລິສັດ ເຄແອນຊີ, ທ່ານ ນາງ ຢານີ ສີວິໄຊ ອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າປະຈຳສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຜູ້ທີ່ມີກຽດ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາໃນຄັ້ງນີ້.

ບໍລິສັດ ປັນຍາທິບແອັດເວີທາຍຊິງ ຈຳກັດແມ່ນໜຶ່ງໃນຫົວໜ່ວຍທຸລະກິດໃນກຸ່ມບໍລິສັດ K&C Group ທີ່ມີການລົງທຶນທາງດ້ານການໂຄສະນາຄົບວົງຈອນ, ມີປະສົບການມາກວ່າ 18 ປີ, ບໍ່ວ່າຈະເປັນໃນແບບສື່ອອນລາຍ (Online digital con-tents), Offline (print & outdoor media) ແລະ On ground (event organizer). ໄດ້ຮ່ວມມືກັບ ບໍລິສັດ ແພຼນ ມີເດຍ ຈຳກັດ ເພື່ອຂະຫຍາຍທຸລະກິດສື່ໂຄສະນານອກສະຖານທີ່ໃນ ສປປ ລາວ ເຊິ່ງເປັນບາດກ້າວສຳຄັນຂອງປັນຍາທິບແອັດເວີທາຍຊິງ

ບໍລິສັດ ແພຼນບີ ມີເດຍ ແມ່ນຜູ້ນຳໜ້າດ້ານທຸລະກິດສື່ໂຄສະນານອກສະຖານທີ່ ທີ່ມີອັດຕາການເຕີບໂຕສູງໃນພາກພື້ນອາຊີ ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ ປະເທດໄທ. ມີເປົ້າໝາຍເພື່ອນຳຮູບແບບທຸລະກິດສື່ໂຄສະນານອກສະຖານທີ່ ທີ່ປະສົບຄວາມສຳເລັດຢ່າງສູງພ້ອມດ້ວຍຖານລູກຄ້າຈາກປະເທດໄທ ເຂົ້າມາໃນ ສປປ ລາວ ພ້ອມທັງຂະຫຍາຍຖານລູກຄ້າໄປສູ່ບັນດາປະເທດອາຊຽນ ແລະ ພາກພື້ນດ້ວຍການສ້າງຕັ້ງບໍລິສັດຮ່ວມທຸລະກິດໃນນາມ ບໍລິສັດ ປັນຍາທິບ ແພຼນບີ ມີເດຍ ດ້ວຍມູນຄ່າການລົງທຶນ 2.8 ລ້ານໂດລາສະຫະລັດ.

ທ່ານ ໄຊຍະສອນ ປັນຍາທິບ ປະທານບໍລິຫານ ບໍລິສັດ ປັນຍາທິບ ແອດເວີທາຍຊິງ ໄດ້ກ່າວວ່າຈຸດປະສົງຂອງການຮ່ວມມີກັບບໍລິສັດ ແພຼນບີ ມີເດຍ ໃນຄັ້ງນີ້ກໍຍ້ອນເບິ່ງເຫັນໂອກາດທາງດ້ານທຸລະກິດມີການເຕີບໃຫ່ຍ ແລະ ເສດຖະກິດ-ສັງຄົມ ຂອງປະເທດທີ່ມີການຂະຫຍາຍຕົວ ແລະ ການພັດທະນາແບບກ້າວກະໂດດຂອງວົງການສື່ໂຄສະນາ ໂດຍສະເພາະພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າ AEC ໄດ້ເຊື່ອມໂຍງກັບອາຊຽນ ແລະ ພາກພື້ນ ບວກກັນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການຫັນປະເທດສູ່ອຸດສະຫະກຳ ແລະ ທັນສະໄໝ, ນຳປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ເປັນການດຶງດູດເອົາການລົງທຶນຂອງຕ່າງປະເທດ ສ້າງຜະລິດຕະພັນການໂຄສະນາດ້ານນີ້ໃຫ້ຫຼາກຫຼາຍສີສັນ ເພື່ອດຶງດູດເອົາລູກຄ້າໃນບັນດາປະເທດອາຊຽນ ແລະ ພາກພື້ນ.

ແບ່ງປັນ