Breaking News

ແຫ່ແຊຣສະໜັ່ນໂລກອອນລາຍ ກັບຄລິບສາວນ້ອຍ Net Idol ນັກຮຽນເກັ່ງ!!!

ແບ່ງປັນ

ນ້ອງໆຄົນໃດທີ່ຍັງງົງກັບຊີວິດ ຫຼັງຈາກຮຽນຈົບ ມໍ7 ແລ້ວບໍ່ຮູ້ຈະເລືອກຮຽນຢູ່ໃສ? ລອງປະຕິບັດຕາມຄຳແນະນຳດີໆຈາກສາວນ້ອຍໜ້າຮັກ  NET IDOL ນັກຮຽນເກັ່ງຄົນນີ້ເບິ່ງເດີ້!

ຫຼັງຈາກສອບເສັງຈົບຊັ້ນແລ້ວ ກໍ່ເປັນໄລຍະເວລາສຳຄັນທີ່ສຸດ ສໍາລັບນັກຮຽນທົ່ວປະເທດ ທີ່ຈະຊອກຫາ, ຄົ້ນຫາຂໍ້ມູນ ໃນການເລືອກມະຫາວິທະຍາໄລ ທີ່ເໝາະສົມທີ່ສຸດທີ່ຈະສືບຕໍ່ສຶກສາຫາຄວາມຮູ້ໃນລະດັບທີ່ສູງຂຶ້ນ. ບໍ່ວ່າປັດຈຸບັນ ຫຼື ອາດີດ, ກັບໄວເຍົາຄືແນວນີ້ ແມ່ນຕ້ອງປະເຊີນກັບຄວາມກົດດັນຢ່າງໜັກ ຍ້ອນບໍ່ມີປະສົບການພຽງພໍທີ່ຈະຕັດສິນໃຈດ້ວຍຕົວເອງ ວ່າຄວນຮຽນຢູ່ໃສ.

ທຸກຄົນຄືຊິຄຸ້ນຫູຄຸ້ນຕາ ສາວນ້ອຍໜ້າຮັກ net idol “AmlexLungsee”, ທີ່ຄ່ອງແຄ້ວ 4 ພາສາ  ທັງເປັນຊາວໜຸ່ມທີ່ໄດ້ສ້າງແຮງບັນດານໃຈໃຫ້ໄວໜຸ່ມລາວທົ່ວປະເທດ. ບໍ່ນານມານີ້ AmlexLungseeກໍ່ໄດ້ແບ່ງປັນປະສົບການ ແລະ ຄຳແນະນຳໃນການເລືອກມະຫາວິທະຍາໄລທີ່ເໝາະສົມທີ່ສຸດແກ່ພວກເຮົາ, ໃນ Amlex Journey ກັບວິດີໂອລ້າສຸດ.

ການເລືອກສາຍຮຽນ ຫຼື ມະຫາວິທະຍາໄລໃດໜຶ່ງ ແມ່ນໜຶ່ງໃນການຕັດສິນໃຈຄັ້ງດຽວໃນຊີວິດຂອງທຸກຄົນ ເພາະມັນຈະເປັນພື້ນຖານທາງເດີນອັນທຳອິດເລີ່ມຈາກການເປັນນັກສຶກສາ ຈົນກ້າວຂຶ້ນສູ່ພະນັກງານ. ຈາກຂໍ້ມູນພົບວ່າບໍ່ພຽງແຕ່ນັກຮຽນ ທີ່ບາງຄັ້ງກໍ່ຄາເຄິ່ງໆກາງໆໃນການຕັດສິນໃຈເລືອກທາງເດີນຫຼັງຈາກຮຽນຈົບ ແຕ່ຍັງລວມທັງຜູ້ປົກຄອງອີກດ້ວຍ.  ສ່ວນຫຼາຍ ທຸກຄົນແມ່ນມີແນວໂນ້ມທີ່ເນັ້ນໃສ່ຊິວິດພາຍໃນຮົ້ວມະຫາວິທະຍາໄລວ່າຈະເປັນແນວໃດ, ແຕ່ສິ່ງທີ່ຄວນເອົາໃຈໃສ່ແມ່ນຊີວິດຫຼັງຈາກໄດ້ຮັບໃບປະລິນຍາ.

Kuanjai ເອງກໍ່ບໍ່ພາດໂອກາດທີ່ຈະສອບຖາມ Amlex ກ່ຽວກັບການຕັດສິນໃຈ:

“ຜ່ານມາ 2 ປີແລ້ວນັບຕັ້ງແຕ່ເຮົາເສັງຈົບ ມ7. ກ່ອນຈະຕັດສິນໃຈຮຽນຢູ່ ມະຫາວິທະຍາໄລບັດຄວາ, ທັງຄອບຄົວ ແລະ ໂຕເຮົາເອງໄດ້ໃຊ້ເວລາຂ້ອນຂ້າງຫຼາຍ ປະມານ 2 ເດືອນໃນການພິຈາລະນາວ່າຈະຮຽນຢູ່ໃສ. ທັງນີ້ທັງນັ້ນແມ່ນຕ້ອງຂອບໃຈອາຈານ ແລະໝູ່ເພື່ອນ ທີ່ໄດ້ໃຫ້ຄໍາແນະນໍາທີ່ເປັນປະໂຫຍດ, ໃນທີ່ສຸດ Amlex ກໍ່ເລືອກໄປຮຽນຢູ່ ມະຫາວິທະຍາໄລບັດຄວາ ແລະບໍ່ເຄີຍຄິດເສຍໃຈເລີຍເທົ້າທຸກວັນນີ້. ທີ່ຈິງ Amlex ກໍ່ບໍ່ຮູ້ວ່າແມ່ນຫຍັງສໍາຄັນແທ້ໆໃນຕອນນັ້ນ.

ບໍ່ດົນມານີ້, ຕອນເລືອກບໍລິສັດທີ່ຈະໄປຝຶກງານ, Amlex ກໍ່ເຈິຄຳປະກາດທີ່ຈຳກັດມະຫາວິທະຍາໄລ. ຂະນະດຽວກັນນັ້ນ Amlex ກໍ່ເລີຍຄິດເພາະບາງຢ່າງທີ່ສາມາດຊ່ວຍໝູ່ເພື່ອນໃນເວລາເລືອກມະຫາວິທະຍາໄລ ທີ່ພວກເຮົາອາດຈະບໍ່ໄດ້ພິຈາລະນາຢ່າງຖີ່ຖ້ວນໃນຄັ້ງແລກ, ທີ່ຈິງ ມັນແມ່ນການປ່ຽນແປງຄັ້ງໃຫຍ່ໃນຊີວິດຂອງພວກເຮົາພຸ້ນໃດ໋.”

ວິດີໂອລ້າສຸດທີ່ໄດ້ແບ່ງປັນໃນ Amlex Journey (ເພຈຂອງ Amlex), ມີ 6 ປັດໄຈຫຼັກທີ່ຄວນພິຈາລະນາເມື່ອເລືອກມະຫາວິທະຍາໄລ, ມັນເປັນວີດີໂອທີ່ໜ້າສົນໃຈ ແລະເປັນປະໂຫຍດໃຫ້ເພື່ອນໆທີ່ຫາກໍ່ເສັງຈົບຊັ້ນແລ້ວໃໝ່ໆ. Kuanjai ເອງກໍ່ປື້ມປິຕິກັບວີດີໂອສັ້ນຂອງ  Amlex ຈົນຕ້ອງໄດ້ເອົາມາແບ່ງປັນໃຫ້ໝູ່ເພື່ອນໄດ້ຮູ້ ໂດຍສະເພາະກັບຄຳເວົ້າທີ່ວ່າ “ຮຽນແມ່ນເພື່ອອະນາຄົດບໍ່ແມ່ນເພື່ອປັດຈຸບັນ”, ແລະໝັ້ນໃຈວ່າພາຍຫຼັງທີ່ທຸກຄົນໄດ້ເບິ່ງ ທຸກຄົນຈະຮູ້ວ່າ ຄວນເລືອກທາງເດີນແນວໃດຈຶ່ງເອີ້ນວ່າເໝາະສົມທີ່ສຸດ?

ຖ້າເພື່ອນໆສົນໃຈມະຫາວິທະຍາໄລທີ່ແອັມເຫຼັກກຳລັງຮຽນຢູ່ ຄິກເລີຍ ມະຫາວິທະຍາໄລບັດຄວາ

 

ແບ່ງປັນ