Breaking News

ຮອຍຍິ້ມບາດໃຈ! ມາເບິ່ງຄວາມໜ້າຮັກ ຍິ້ມຫວານປານນໍ້າເຜິ້ງຂອງສາວ ສຸດາ ວັນທອງທິບ

ແບ່ງປັນ

ຈະເອ໋…ມື້ພັກແບບນີ້ ຊະນີIndy ມີຈະເຄີຍພັກ ຮັ່ນແນ່ ເວົ້າແບບນີ້ແນ່ນອນເລີຍວ່າຕ້ອງມີເລື່ອງມາເມົ້າກັບແຟນໆແນ່ນອນ ເປັນເລື່ອງຂອງສາວ ສຸດາ ວັນທອງທິບ ຮອງອັນດັບ 2 ນາງສາວ ນະຄອນຫຼວງວຽງຈັນ ແລະ ລາງວັນຂວັນໃຈມະຫາຊົນ 2017, ທີ່ດຽວນີ້ເພິ່ນກຳລັງມາແຮງແຊງທາງໂຄ້ງກັນເລີຍ ບໍ່ວ່າຈະເປັນເລື່ອງຜົນງານທັງຖ່າຍແບບ ຖ່າຍລາຍການ ຫຼິ້ນເອັມວີ ແລະ ໃນໄວໆນີ້ເພິ່ນກໍຈະມີຜົນງານເປັນການສະແດງຮູບເງົາເປັນຊີ່ຣີ່ອີກໄດ໋… ວ້າວໆໆ ມີວຽກຫຼາຍປານນີ້ເອົາເວລາໄດ໋ພັກຜ່ອນນໍສາວສຸດາ (ອິອິ) ແຕ່ທີ່ ຊະນີIndy ຈະມາເມົ້າ ມາເວົ້າ ມາຝອຍ (ໂອ້ຍ…ຄືວ່າຢາກຫຼາຍເນາະ 555 ) ເຂົ້າເລື່ອງກັນເລີຍ ກໍຄືວ່າສາວ ສຸດາ ວັນທອງທິບ ສາວລາວຄົນງາມຂອງເຮົາເພິ່ນມີຮອຍຍິ້ມທີ່ງາມໆ ບາດຕາບາດໃຈ ຍິ້ມຫວານໆພໍກັບນໍ້າເຜິ້ງພຸ້ນລະ ໃຜໆທີ່ໄດ້ເຫັນເປັນຕ້ອງຫຼົງໄຫຼໃນຮອຍຍິ້ມຂອງນາງ, ເວົ້າໄປດຽວສິຫາວ່າ ຊະນີIndy ຍ້ອງ ສຸດາ ເກີນໜ້າເກີນຕາ ດັ່ງນັ້ນຖ້າບໍ່ເຊື່ອກໍລອງມາເບິ່ງກັນເອົາເອງເລີຍວ່າຈະງາມ ໜ້າຮັກ ຍິ້ມຫວານແທ້ບໍ່?

#ແຊຣໄປໃຫ້ໂລກຮູ້ສາວລາວຍິ້ມຫວານ

ຮູບພາບຈາກ: Souda Vanthongthip

ແບ່ງປັນ