Breaking News

ໜ້າຮັກ! ວ່າທີ່ເຈົ້າສາວ ແອັບເປີ້ນ ສີສະຫງຽນ ຈັດເຕັມແຕ່ງໂຕແຟນຊີມາໃນລຸກກະຕູນດັງ “Power Puff girls”

ແບ່ງປັນ

ເປັນຕາຮັກ ເປັນຕາແພງສຸດໆກັບວ່າທີ່ເຈົ້າສາວ ແອັບເປີ້ນ ສີສະຫງຽນ ສີຫາລາດ ທີ່ແຕ່ງໂຕແຟນຊີໃນວັນເກີດຂອງໝູ່ ງານນີ້ແອັບເປີ້ນມາໃນລຸກຂອງ “Buttercup” ໝຶ່ງໃນຕົວລະຄອນຂອງກະຕູນດັງ “Power Puff girls” ແອັບເປີ້ນແຕ່ງອອກມາແລ້ວມີຄວາມຄ້າຍຄື ແລະ ໜ້າຮັກຫຼາຍ, ຊະນີIndy ເລີຍອົດບໍ່ໄດ້ທີ່ຈະນຳເອົາຮູບພາບໜ້າຮັກຂອງວ່າທີ່ເຈົ້າສາວຄົນນີ້ມາຝາກ ນອກຈາກນັ້ນຍັງມີຮູບພາບຂອງບັນດາໜູ່ເພື່ອນຂອງ ແອັບເປີ້ນ ທີ່ແຕ່ງຕົວໃນລຸກຂອງກະຕູນດັງ ແລະ ບັນດາເຫຼົ່າຍອດມະນຸດຕ່າງໆ ແຟນໆລອງມາເບິ່ງເອງເລີຍ ຫຼື ແຟນເພສຄົນໃດມັກແລະຍາກຈັດວັນເກີດແນວຄັກໆແບບນີ້ກໍລອງເກັບໄວ້ເປັນໄອເດຍໄດ້ເລີຍ!!!

#ຂ່າວຄັກໆແບບນີ້ໜູ່ເຈົ້າຮູ້ແລ້ວຫວາແຊຣໄປໃຫ້ໝູ່ຮູ້ນຳແດ່

ຮູບພາບຈາກ: Appleple Sihalath

ແບ່ງປັນ