Breaking News

ຄຣິດຕິນ້າ ອາກີ່ຣ່າ ດີໃຈທີ່ໄດ້ມາປະເທດລາວ ພ້ອມເດີນທາງກາບໄຫວ້ສະຖານທີ່ສັກສິດກ່ອນເດີນທາງກັບ!

ແບ່ງປັນ

ຄຣິດຕິນ້າ ອາກີ່ຣ່າ ຫຼື “Queen Of Dance” ດາລາ-ນັກຮ້ອງຊື່ດັງຂອງປະເທດເພື່ອນບ້ານ ໄດ້ເດີນທາງມາທີ່ປະເທດລາວເພື່ອມາຄອນເສີດຢູ່ທີ່ສະຖານບັນເທິງຊື່ດັງແຫ່ງໜຶ່ງໃນວັນທີ 24 ມິຖຸນາ ທີ່ຜ່ານມາ, ນັກຮ້ອງຊື່ດັງຕະຫຼອດການຄົນນີ້ຍັງໄດ້ໂພສຜ່ານອິນສະຕາແກຼມອີກວ່າ ດີໃຈຫຼາຍທີ່ໄດ້ມາປະເທດລາວ ພ້ອມເດີນທາງໄປຍັງສະຖານທີ່ສັກສິດຂອງລາວເຮົາເຊັ່ນ: ພະທາດຫຼວງວຽງຈັນ ເພື່ອກຼາບໄຫ້ວ ພະເຈົ້າໄຊຍະເສດຖາທິລາດ, ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ ແລະ ຍັງໄປອີກໜຶ່ງສະຖານທີ່ສັກສິດຂອງລາວເຮົາກໍຄື ວັດສີເມືອງ ພ້ອມທັງຂໍພອນເຈົ້າແມ່ສີເມືອງ ແລະ ມັດຂໍ່ຕໍ່ແຂນເພື່ອຂໍໂຊກລາບກ່ອນການເດີນທາງກັບໃນຄັ້ງນີ້ດ້ວຍ!!!

ສຳລັບ ຄຣິດຕິນ້າ ອາກີ່ຣ່າ  ເປັນນັກຮ້ອງທີ່ມີຊື່ສຽງໂດ່ງດັງ ຄົນທີ່ເກີດຍຸກ 90’s  ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະຜົນງານເພງຂອງເພິ່ນມີຫຼາຍບົດເພງທີ່ໂດ່ງດັງເຊັ່ນ: ພູດອີກທີ, ພິກລ໋ອກ, ຄົນແພ້ບໍ່ມີທີ່ໄປ, ໄປດ້ວຍກັນນະ ແລະ ຍັງມີອີກຫຼາຍໆບົດເພງທີ່ໂດ່ງດັງ, ປັດຈຸບັນ ຄຣິດຕິນ້າ ອາກີ່ຣ່າ ອາຍຸ 50 ແລ້ວແຕ່ຍັງງາມຫຼາຍ!!!

#ແຊຣໄປໃຫ້ໂລກຮູ້ນິແຫຼະປະເທດລາວໃຜໆກໍຢາກມາ

ຂໍຂອບໃຈຮູບພາບຈາກ: c_aguilar

ແບ່ງປັນ