Breaking News

ເທັກນິກຄວນຮູ້ກ່ອນໄປຕັດຜົມ ຮັບຮອງອອກມາງາມແນ່ນອນ! (ສາວໆຫ້າມພາດ)

ແບ່ງປັນ

ບໍ່ງ່າຍເລີຍແມ່ນບໍ່ສາວໆ ກ່ອນທີ່ຈະເລືອກຄວາມຍາວຂອງຜົມ ແລະ ໃຫ້ເໝາະສົມກັບໃບໜ້າຂອງເຮົາ ບາງຄົນຢາກຕັດຜົມສັ້ນແຕ່ຢ້ານອອກມາບໍ່ງາມ ບາງຄົນເໝາະທີ່ຈະໄວ້ຜົມຍາວ ແຕ່ຕັດສັ້ນຕະຫຼອດ ມື້ນີ້ BeautyGuru ກໍເລີຍຈະມາແນະນໍາເທັກນິກກ່ອນຈະໄປຕັດຜົມ ໃຫ້ໄດ້ງາມກັນທົ່ວໜ້າວ່າ ຮູບໜ້າແບບໃດຄວນຈະຕັດຜົມແບບໃດ? ໄປເບິ່ງກັນເລີຍ

  1. ໃບໜ້າຮູບໄຂ່

ໂຊກດີຫຼາຍສໍາລັບສາວຄົນໃດທີ່ມີໃບໜ້າຮູບໄຂ່ ເພາະສາມາດເຮັດຜົມໄດ້ທຸກຊົງເລີຍ ແຕ່ທີ່ເຮັດແລ້ວເກີດກໍໜ້າຈະເປັນຜົມຍາວປານກາງ, ຜົມຕັດລອນ ແລະ ບ໊ອບສະໄລ້ງາມ. ຄວນຫຼີກລ່ຽງແມ່ນ ຜົມສັ້ນສະໄລ້ລະດັບທີ່ເພີ່ມຄວາມສູງໃຫ້ກັບຫົວ ເພາະຈະເຮັດໃຫ້ໃບໜ້າຍາວເກີນໄປ

  1. ໃບໜ້າຮູບສີ່ຫຼ່ຽມ

ສາວຄົນໃດທີ່ມີລັກສະນະໜ້າພາກກວ້າງ ໂໜກແກ້ມຫຼາຍ ຫຼືຄາງປາດ ຍິ່ງເບິ່ງກໍຍິ່ງເຫັນຮູບໜ້າສີ່ຫຼ່ຽມໄດ້ຊັດເຈນ ແບບຜົມສໍາລັບໜ້າຊົງນີ້ຕ້ອງເຮັດໃຫ້ໜ້າເບິ່ງ Soft ລົງ ການແຊກຂ້າງສາມາດຊ່ວຍໄດ້: ການສະໄລ່ຜົມມາຫຸ້ມໃບໜ້າດ້ານຂ້າງ (ເພື່ອປິດຄາງກະໄຕ) ຫຼືດັດປາຍຜົມເປັນລອນອ່ອນໆ ກໍຈະຊ່ວຍໃຫ້ໃບໜ້ານຸ່ມນວນຂຶ້ນໄດ້. ຄວນຫຼີກລ່ຽງ ຜົມບ໊ອບຕັດຊື່ ຫຼືຜົມສັ້ນລະດັບຄາງ ຫຼືຜົມມ້າຊື່ໆ ເພາະມັນຈະໄປເນັ້ນບໍລິເວນກາມ ໃຫ້ເຫັນຫຼ່ຽມຂອງມຸມໜ້າເດັ່ນຊັດຂຶ້ນກວ່າເກົ່າ

  1. ຮູບໜ້າກົມ

ສາວໜ້າກົມມີຄາງສັ້ນ ບາງຄັ້ງກໍມີແກ້ມແຖມມານໍາ ເຮັດໃຫ້ຄວາມກວ້າງ ແລະ ຄວາມຍາວຂອງໃບໜ້າເທົ່າກັນໄປໝົດ ຊົງຜົມທີ່ເຂົ້າກັບສາວໜ້າກົມຄວນເປັນຊົງຜົມທີ່ເພີ່ມຄວາມສູງໃຫ້ກັບຫົວລົງມາທາງລູ່ມເພື່ອເປັນການຖ່າຍເທນໍ້າໜັກ ແລະ ຄວາມອວບກົມຂອງໃບໜ້າລົງໄດ້ ຊົງຜົມທີ່ຄວນເຮັດຄື ຜົມຍາວຊື່ໜ້າມ້າແບບປັດຂ້າງ ຫຼືຜົມຍາວດັດລອນແລ້ວມັດຫາງມ້າຄືຮູບ ຢ່າເຮັດຊົງຜົມດັດລອນເສັ້ນນ້ອຍທີ່ມີຄວາມຍາວລະດັບຄາງ ຜົມແຊກກາງ ຢ່າມັດຜົມແບບເຄັ່ງໆ ຫຼືຕັດຜົມສັ້ນ ເພາະຈະຍິ່ງເຮັດໃຫ້ໜ້າກົມຫຼາຍຂຶ້ນ ແລະ ຢ່າເຮັດຜົມປ່ອຍຂ້າງແກ້ມ

  1. ຮູບໜ້າແບບສີ່ຫຼ່ຽມຜືນພ້າ ຫຼືໜ້າຍາວ

ຮູບໜ້າທີ່ຜະສົມຜະສານແບບຮູບໜ້າຍາວ ແລະ ສີ່ຫຼ່ຽມ ມີບັນຫາເລື່ອງຄາງປາດແບບສີ່ຫຼ່ຽມ ແຕ່ວ່າມີຄວາມຍາວຂອງຮູບໜ້າມ້າຊ່ວຍ ເຊິ່ງເຈົ້າສາມາດອໍາພາງຄາງ ແລະ ເສີມແກ້ມດ້ວຍຊົງຜົມຕັດລອນອ່ອນໆ (ແບບລອນໃຫຍ່ໆ) ເຖິງປານກາງກໍສາມາດເພີ່ມຄວາມກວ້າງໃຫ້ກັບຫົວໄດ້ ຜົມສັ້ນທີ່ເໝາະກັບຮູບໜ້າຄື ເຮັດຜົມບ໊ອບຄວາມຍາວລະດັບຄາງ ຫຼືຊອຍສະໄລ່ລະດັບຜົມພໍດີຄາງ ກໍະເປັນອີກຊົງໜຶ່ງທີ່ເໝາະກັບສາວທັງຫຼາຍ ເພາະຈະຊ່ວຍທໍາໃຫ້ໃບໜ້າເບິ່ງຍາວ ຄວນຫຼີກລ່ຽງຊົງຜົມສັ້ນສະໄລ່ທີ່ສັ້ນເກີນໄປ ຫຼືທີ່ເນັ້ນໜັກຊ່ວງເທິງຫົວ

  1. ຮູບໜ້າແບບຫົວໃຈ

ສາວທີ່ມີຮູບໜ້າແບບນີ້ຄືຈະມີສ່ວນບໍລິເວນໜ້າພາກ ແລະ ແກ້ມກວ້າງ ສ່ວນຄາງກະໄຕປາຍຄາງຄ້ອນຂ້າງແຫຼມ ແລະ ແຄບ ດັ່ງນັ້ນເພື່ອອໍາພາງບໍລິເວນດັ່ງກ່າວ ຜົມມ້າຕັດຊື່ຕາມແນວໜ້າພາກ ສ່ວນບໍລິເວນດ້ານຫຼັງຈະຕັດບ໊ອບຊື່, ສະໄລ່ສັ້ນຄວາມຍາວບໍລິເວນບ່າ ຄວນຫຼີກລ່ຽງຜົມມ້າຕັດຊື່ ເພາະຈະເຮັດໃຫ້ໃບໜ້າທາງລຸ່ມທັງຄາງ ແລະ ໄໜກແກ້ມໃຫ້ຊັດເຈນຫຼາຍໄປ ສ່ວນການສະໄລ່ ບໍ່ຄວນຕັດບາງເບົາ.

  1. ຮູບໜ້າແບບເຜັດ

ເປັນສາວທີ່ມີຮູບໜ້າຍາວນ້ອຍ ຊ່ວງໂໜກແກ້ມຄ້ອນຂ້າງກວ້າງ ໃນຂະນະທີ່ໜ້າພາກ ແລະ ຄາງແຄບ (ກົງກັນຂ້າມກັບຮູບໜ້າຊົງຫົວໃຈ) ຫົວໃຈສໍາຄັນຂອງຊົງຜົມສາວໆທີ່ມີຮູບໜ້າສາມຫຼ່ຽມຄື ຕ້ອງຊອກຊົງຜົມທີ່ຊ່ວນອໍາພາງໂໜກແກ້ມໄດ້ ລວມເຖິງເພີມຄວາມກວ້າງຂອງໜ້າພາກໄປພ້ອມ ຄວນເຮັດຊົງຜົມໜ້າມ້າຊອຍສະໄລ່ ແລ້ວປັດໄປທາງຂ້າງ ຈະຊ່ວຍເພີ່ມນໍ້າໜັກຂອງຜົມບໍລິເວນໜ້າພາກຈົນເຖິງບໍລິເວນໃບຫູ ເພື່ອສ້າງຄວາມສົມດຸນໃຫ້ກັບໃບໜ້າ ສ່ວນບໍລິເວນຊ່ວງກາມເຖິງຄາງໃຫ້ງຸ້ມຜົມເຂົ້າມາຊ່ວບປົກປິດຄວາມກວ້າງ ຫຼືຊອຍແບບສັ້ນກາຍໃບຫູໄປໜ້ອຍໜຶ່ງແບບເທ່ໆໄປເລີຍ. ຄວນຫຼີກລ່ຽງ ຢ່າພະຍາຍາມເພີ່ມຄວາມສູງຂອງຜົມເທິງຫົວ ເພາະຈະເຮັດໃຫ້ໃບໜ້າຍາວເກີນໄປ.

ມີແບບຊົງຜົມມາໃຫ້ເລືອກ

By: BeautyGuru

Cr: Sprice

ແບ່ງປັນ