Breaking News

ເອົາແລ້ວໆ!!! ນູ່ນີ່ ກຸມພົນພັກດີ ສາວລາວໃນລາຍການ “Take Me Out Thailad” ກຳລັງຈະໄດ້ຄູ່ເດດແລ້ວເດີ້.

ແບ່ງປັນ

ຮືຮາກັນອີກແລ້ວ ກະແສດີບໍ່ມີຕົກອີ່ຫລີສຳລັບສາວງາມຄົນນີ້ ນູ່ນີ່ ກຸມພົນພັກດີ  ເຊິ່ງຫຼ້າສຸດລາຍການເລືອກຄູ່ຊື່ດັງ “Take Me Out Thailad” ກໍໄດ້ປ່ອຍພາບຕົວຢ່າງຂອງລາຍການໃນອາທິດໜ້າເຜີຍເປັນໃນໆໃຫ້ຮູ້ວ່າ ນູ່ນີ່ ຄົນງາມຂວັນໃຈແຟນຄລັບຫຼາຍໆຄົນກຳລັງຈະໄດ້ໜຸ່ມໄປເດດແລ້ວເດີ້, ແລະ ຄ້າຍກັບຈະແມ່ນຄວາມຈິງເພາະເຟສບຸກຂອງນູ່ນີ່ເອງກໍໄດ້ໂພສເປັນປິດສະໜາເຊັ່ນກັນ, ດັ່ງນັ້ນໃນວັນ ເສົາ ວັນທີ 1 ກໍລະກົດ 2017 ເວລາບ່າຍ 2 ໂມງທີ່ຈະມາເຖິງນີ້ຢ່າລືມຕິດຕາມກັນເບິ່ງ ເພື່ອຈະໄດ້ຮູ້ກັນວ່າໜຸ່ມຄູ່ເດດຂອງ ນູ່ນີ່ ກຸມພົນພັກດີ ຄົນນີ້ຈະເປັນໃຜ???

ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ນູ່ນີ່ ລ່ວງໜ້າເລີຍເດີ້ (ອິອິ) #ຢ່າລືມແຊຣໄປໃຫ້ໝູ່ຮູ້ນຳແດ່

ມີຄລິບຕົວຢ່າງລາຍມາຝາກນໍາເດີ້!!!

ຮູບພາບຈາກ: Noony Koumphonphakdee

ຄລິບ: Take Me Out Thailand

ແບ່ງປັນ