Breaking News

ສຸດຍອດ!!! ແຈັກ ນັກຮ້ອງນຳວົງ “YES” ຕິດຮອບອໍດິຊັ່ນໃນລາຍການແຂ່ງເພງຊື່ດັງ “THE VOICE THAILAND SEASON 6”

ແບ່ງປັນ

ສຸດຍອດ! ອີ່ຫລີສຳລັບ ນ້ອງ ແຈັກ ນັກຮ້ອງນຳວົງ “YES” ທີ່ມີລາຍຊື່ຕິດຮອບ Final Audition ຂອງລາຍການແຂ່ງຂັນເພງຊື່ດັງ “THE VOICE THAILAND SEASON 6” ເຊິ່ງລາຍການດັ່ງກ່າວເປັນລາຍການແຂ່ງຂັນເພງອັນດັບຕົ້ນໆຂອງປະເທດເພື່ອນບ້ານ ແລະ ລາຍການ THE VOICE ກໍເປັນລາຍການທີ່ມີເຄົ້າມາຈາກປະເທດ ອາເມລິກາ ແລະ ບໍ່ແມ່ນເລື່ອງງ່າຍເລີຍທີ່ຈະມີນັກຮ້ອງຜ່ານເຂົ້າໄປແຂ່ງຂັນກັນໄດ້ງ່າຍໆ, ຢ່າງໄດກໍຂໍສະແດງຄວາມຍິນດີກັບ ແຈັກ ທີ່ມີຄວາມສາມາດຜ່ານເຂົ້າໄປແຂ່ງຂັນໃນລາຍການໃນຄັ້ງນີ້.

ສຳລັບການແຂ່ງຂັນຮອບ blind audition the voice thailand 6 ແຈັກຈະເຂົ້າອັດລາຍການໃນວັນທີ 29 ມິຖຸນາ 2017 ນີ້, ຢ່າລືມຕິດຕາມເປັນກຳລັງໃຈໃຫ້ຄົນລາວນຳກັນ, ສາມາດຕິດຕາມຄວາມເຄື່ອນໄຫວຂອງການແຂ່ງຂັນໄດ້ທີ່ເພສ ຂວັນໃຈ ເລີຍເດີ້ ຫຼື ເຂົ້າໄປໃຫ້ກຳລັງໃຈໜຸ່ມ ແຈ໋ກ ໄດ້ທີ່ເຟສບຸກ Jack Phommavongsay ໄດ້ເລີຍ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ

ມີຄລິບມາຝາກນຳເດີ້

โพสต์โดย Jack Phommavongsay บน 27 มิถุนายน 2017

ຂໍຂອບໃຈຮູບພາບ

 

ແບ່ງປັນ