Breaking News

ເຫັນແຕ່ຮູບພາບຍັງຮາແລ້ວ!!! ເຈ້ຍ ແລະ ໝໍ່າ ຈົກມົກ ສອງຜູ້ກຳກັບຄົນດັງຖ່າຍຮູບຮ່ວມກັນ ກຽມໄປເປີດໂຕຮູບເງົາເລື່ອງໃໝ່

ແບ່ງປັນ

ຮະຮະຮ່າ ເປີດເຟສບຸກມາເຈິເລື່ອງທີ່ໜ້າຍິນດີແຕ່ເຊົ້າເລີຍເພາະ ອ້າຍ ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາພັນລ້ານຂອງເຮົາໄດ້ຖ່າຍຮູບຮ່ວມກັບ ອ້າຍ ໝໍ່າ ຈົກມົກ ຕະຫຼົກຊຸບເປີສະຕາ ແລະ ຜູ້ກຳກັບຮູບເງົາຄົນດັງຂອງປະເທດເພື່ອນບ້ານ ແລະ ອ້າຍ ເຈ້ຍ ຂອງເຮົາຍັງໄດ້ຂຽນຄຳອະທິບາຍໃນຮູບພາບວ່າ: “ກຽມໂຕເດີນທາງມາງານ ເປີດໂຕຮູບເງົາ ສົ້ມພັກສ້ຽນ ຂອງ ອ້າຍ ໝໍ່າ ຈົກມົກ ທີ່ ນະຄອນພະນົມ”   ພໍແຕ່ໂພສຮູບພາບບໍ່ພໍເທົ່າໄດເຮັດໃຫ້ມີແຟນໆ ແລະ ອ້າຍ ນ້ອງຮ່ວມວົງການເຂົ້າໄປກົດໄລ້ ກົດແຊຣ ແລະ ຄອມເມັ້ນກັນແບບທະລົ່ມທະລາຍ.

ເຫັນແບບນີ້ແລ້ວ ຊະນີIndy ແລະ ແຟນໆກໍຮູ້ສຶກດີໃຈ ພວກເຮົາຫວັງວ່າໃນອະນາຄົດຄົງຈະມີຮູບເງົາລະຫວ່າງສອງຜູ້ກຳກັບຄົນເກັ່ງນີ້ ສ້າງຜົນງານດີໆມາໃຫ້ພວກເຮົາໄດ້ເບິ່ງກັນແນ່ເດີ້!!!

#ແຊຣໄປໃຫ້ໂລກຮູ້

ຮູບພາບຈາກ: Phoumsana Jear Pacific

ແບ່ງປັນ