Breaking News

ໃຜ!!! ຈະໄດ້ເປັນຜູ້ຊະນະລາງວັນລວມມູນຄ່າສູງເຖິງ 150 ລ້ານກີບໃນໂຄງການ “Beerlao Band Challenge season 2”

ແບ່ງປັນ

ໃນປີ 2016 ທີ່ຜ່ານມາ ໂຄງການBeerlao Band Challengeໄດ້ເປີດສັກກະລາດຢ່າງຍິ່ງໃຫຍ່ໃຫ້ວົງການດົນຕີລາວ ແລະໄດ້ສ້າງສິນລະປິນໜ້າໃໝ່ ໂດຍການແຂ່ງຂັນຄັດເລືອກເອົາໄວໜຸ່ມລາວທີ່ມີຄວາມສາມາດ ແລະ ມັກຮັກໃນການຫຼິ້ນດົນຕີເຂົ້າສູ່ການເປັນນັກດົນຕີມືອາຊີບ ເຊິ່ງໄດ້ສຽງຕອບຮັບ ຈາກສື່ມວນຊົນ ແລະ ຜູ້ຊົມຢ່າງຫຼວງຫຼາຍ.

ມາເຖິງວັນທີ 17 ມີຖຸນາ2017ທີ່ຜ່ານມາທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ)Beerlao Band ChallengeSeason 2 ໄດ້ສືບຕໍ່ການແຂ່ງຂັນຮອບຄັດເລືອກເພື່ອຄົ້ນຫານັກດົນຕີໜ້າໃໝ່ປະຈຳປີ 2017ໂດຍມີຜູ້ເຂົ້າແຂ່ງຂັນທັງໝົດເກືອບ50ວົງ ຄັດໃຫ້ເຫຼືອພຽງ 24ວົງ ເພື່ອເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດເຊິ່ງໄດ້ຈັດຂື້ນໃນວັນທີ 24 ມີຖຸນາ2017 ທີ່ຜ່ານມາ ທີ່ສູນກິລາໃນຮົ່ມລ້ານຊ້າງ ແລະປະຈຸບັນເຮົາໄດ້ 12ວົງ ເຂົ້າໄປແຂ່ງຂັນໃນຮອບຊີງຊະນະເລີດ ທີ່ມີແຜນຈະຈັດຂື້ນໃນວັນທີ 15 ກໍລະກົດ 2017 ນີ້.

ເພື່ອຮັບປະກັນຄຸນະພາບຂອງງານ ແລະການແຂ່ງຂັນ Beerlao Band Challenge Season 2ທາງບໍລິສັດຮ່ວມກັບຜູ້ຈັດງານໄດ້ເຊີນເອົາສີລະປີນຜູ້ຊົງຄຸນນະວຸດ ແລະມີຊື່ສຽງໃນວົງການເພງລາວ ທັງໝົດ 5ທ່ານເປັນຕົ້ນແມ່ນ ສັກ ວົງເຊວ, ຕີ ອຸດາໄລ, ອາລຸນາ ຖາວອນສຸກ, ໝີ ເມກາແບນ ແລະ ສົມສິນ ສະມາຍແບັກດ໋ອກ ເຂົ້າຮ່ວມເປັນກຳມະການຕັດສີນ ແລະຝືກສອນບັນດານ້ອງໆທີ່ໄດ້ຜ່ານເຂົ້າຮອບ.

ນອກຈາກຜູ້ທີ່ເຂົ້າຮ່ວມງານຈະໄດ້ມ່ວນຊື່ນກັບການສະແດງຂອງບັນດາວົງດົນຕີທີ່ເຂົ້າຮ່ວມການແຂ່ງຂັນ, ກ່ອນຈະເຖິງເວລາແຂ່ງຂັນຍັງໄດ້ມ່ວນຊື່ນກັບວົງຣ໋ອກຂວັນໃຈໄວໜຸ່ມມາເປີດເວທີເພື່ອສ້າງສີສັນ ແລະ ເປັນກຳລັງໃຈໃຫ້ນ້ອງໆຜູ້ເຂົ້າແຂ່ງຂັນອີກດ້ວຍ.

ແລະນິ້ຄືລາຍຊື່ຂອງ 12 ວົງສຸດທ້າຍທີ່ຈະໄດ້ແຂ່ງຂັນໃນຮອບຊີງຊະນະເລີດໃນວັນທີ 15 ກໍລະກົດ 2017ທີ່ຈະມາເຖິງນີ້ ລວມມີ:B.06 AUDIO EMPIRE,B.17 N.O.M Music, B.22 JIKUAY, B.05 PUNPUAN, B.09 DYNAMIC, B.23 LAZER, B.24 LIGHT SABER, B.14 INSULT, B.19 ROCK NORMAL, B.16 SEVEN Z, B.08 ZN, B.13 SIXTH SENSE. (ຢ່າລືມມາຊ່ວຍກັນເຊຍວົງທີ່ທ່ານມັກ ພ້ອມທັງລຸ້ນວົງຊະນະເລີດຂອງປີນີ້ທີ່ສູນກິລາໃນຮົ່ມລ້ານຊ້າງ)

ຍັງມີຮູບພາບບັນຍາກາດໃນຮອບຮອງຊະນະເລີດມາຝາກທຸກໆຄົນນຳເດີ້, ມາເບິ່ງກັນເລີຍ!!!  

 

ແບ່ງປັນ