Breaking News

ຄຸນປະໂຫຍດຂອງ Vaseline ທີ່ທ່ານຕ້ອງຮູ້!!!

ແບ່ງປັນ

ສາລະພັດປະໂຫຍດຈາກ  Vaseline…!

 

01

 

 

ສາວໆເຄີຍຮູ້ບໍ່ວ່າ ວາສະລິນ (Vaseline) ນອກຈາກຈະໃຊ້ບໍາລຸງຜິວພັນ, ບໍາລຸງປາກແລ້ວນັ້ນ ຍັງມີປະໂຫຍດອີກຫຼາຍຢ່າງ ທີ່ສາວໆບໍ່ເຄີຍຮູ້ມາກ່ອນເຊິ່ງມື້ນີ້ ວາລະສານຂັວນ ໄດ້ນໍາເອົາປະໂຫຍດຂອງວາສະລິນມາແນະນໍາດັ່ງນີ້:

  1. ປະສົມເປັນສະລິບຕິກ

ຖືວ່າເປັນເລື່ອງທີ່ດີ ເພາະວ່າວາສະລິນສາມາດນໍາໄປປະສົມກັບ Eyeshadow ສີທີ່ສາວໆມັກ ສ່ວນວິທີເຮັດກໍ່ງ່າຍໆພຽງແຕ່ຂູດ Eyeshadow ທີ່ມັກແລ້ວນໍາມັກປະສົມລວມກັບວາສະລີນແລ້ວຄົນໃຫ້ເຂົ້າເປັນເນື້ອດຽວກັນພຽງເທົ່ານີ້ສາວໆກໍ່ຈະໄດ້ສະລິບຕິກທີ່ຊ່ວຍເພິ່ມຄວາມຊຸມຊື່ນໃຫ້ກັບຮີບປາກຂອງເຮົາໄດ້ຢ່າງຍາວນານເພິ່ມຫຼາຍຂຶ້ນອີກດ້ວຍ.

 

  1. ຈະເຮັດສີຜົມ ຫຼື ທາເລັບກໍ່ບໍ່ເປື້ອນ

ຂໍ້ນີ້ກໍ່ເປັນອີກໜຶ່ງເຕັກນິກງ່າຍໆແບບໃກ້ຕົວ ສໍາລັບສາວໆທີ່ມັກໃນການປ່ຽນສີຜົມດ້ວຍຕົວເອງ ຫຼື ທາສີເລັບຕະຫຼອດ ພຽງແຕ່ໃຊ້ວາສະລິນທາບໍລິເວນຜິວໜັງອ້ອມເລັບ ຫຼື ບໍລິເວນຮອບໜ້າ ແລະ ຫຼັງຫູເວລາຍ້ອມຜົມກໍ່ຈະຊ່ວຍໃຫ້ສີບໍ່ເປື້ອນບໍລິເວນທີ່ເຮົາທາວາສະລິນໄວ້.

 

  1. ຈັດແຕ່ງຄິ້ວ ຫຼື ເພິ່ມຄວາມດົກງາມໃຫ້ຂົນຕາ

ວາສະລິນສາມາດຈັດແຕ່ງຄິ້ວຂອງຄົນເຮົາໃຫ້ເຂົ້າຮູບທີ່ເປັນລະບຽບໄດ້ ແລະ ຍັງສາມາດເພິ່ມລູກຫຼິ້ນໃຫ້ກັບໜ່ວຍຕາເຮົາໄດ້ດີ ພຽງແຕ່ໃຊ້ວາສະລິນທາລົງທີ່ໄມ້ມາດຄາຣ່າ (Mascara) ແລ້ວປັດຂົນຕາກໍ່ຈະຊ່ວຍເພິ່ມຄວາມໜາ ແລະ ຄວາມຍາວຂອງຂົນຕາໄດ້ອີກດ້ວຍ.

 

  1. ກໍາຈັດຮອຍລິບສະຕິກ

ສາວໆຄົນໃດທີ່ເຄີຍພົບກັບບັນຫາລິບສະຕິກເປື້ອນເສື້ອ ຫຼື ໂສ້ງ, ກະໂປງ ກໍ່ສາມາດໃຊ້ວາສະລິນທາລົງບໍລິເວນທີ່ມີຮອຍລິບສະຕິກແລ້ວນໍາໄປຊັກຕາມປົກກະຕິໄດ້ເລີຍ.

 

  1. ເຮັດຄວາມສະອາດອ້ອມໜ່ວຍຕາ

ສາວໆ ອາດຈະເຄີຍພົບກັບບັນຫາລ້າງ Mascara ຫຼື Eyeliner ບໍ່ອອກເຊັດໄປເຊັດມາຈົນຕາດໍາໄປໝົດພຽງແຕ່ໃຊ້ວາສະລິນເຊັດຄ່ອຍໆກໍ່ຈະສາມາດລືບອອກໄດ້ແບບງ່າຍ.

 

  1. ຊ່ວຍໃຫ້ນໍ້າຫອມຕິດດົນຂຶ້ນ

ສໍາລັບໃຜທີ່ກໍາລັງສົງໄສວ່າເປັນຫຍັງເຮົາສີດນໍ້າຫອມຫຼາຍໆເປັນຫຍັງກິ່ນຈຶ່ງບໍ່ຄ່ອຍຕິດຕົວເລີຍ ນີ້ກໍ່ອາດເປັນເຕັກນິກໜຶ່ງທີ່ໃກ້ຕົວ ແລະ ງ່າຍໆພຽງແຕ່ເຮົາທາວາສະລິນທີ່ບໍລິເວນສີດນໍ້າຫອມກໍ່ຈະຊ່ວຍເຮັດໃຫ້ກິ່ນຂອງນໍ້າຫອມນັ້ນຕິດຕົວໄດ້ຫຼາຍຂຶ້ນ.

 

 

ແບ່ງປັນ