Breaking News

ຂໍສະແດງຄວາມຍິນດີ! ປ໋ອກ ແສງມະນີ ຢາທໍ່ຕູ້ ເນັດໄອດໍ້ຄົນເກັ່ງ ສຳເລັດການສຶກສາຮັບໃບປະກາດລະດັບປະລິນຍາໂທແລ້ວ

ແບ່ງປັນ

ຂໍສະແດງຄວາມຍິນດີ! ປ໋ອກ ແສງມະນີ ຢາທໍ່ຕູ້ ເນັດໄອດໍ້ຄົນເກັ່ງ ສຳເລັດການສຶກສາລະດັບປະລິນຍາໂທດ້ານກົດໝາຍເສດຖະກິດ-ການຄ້າສາກົນ ຈາກ University International Business and Economic ໃນນະຄອນຫຼວງປັກກິ່ງ ສປ.ຈີນ, ແຖມ ປ໋ອກ ແສງມະນີ ຍັງໄດ້ຮັບໃບຍ້ອງຍໍນັກຮຽນເກັ່ງ ຈາກສະຖານທູດລາວປະຈຳນະຄອນຫຼວງປັກກິ່ງອີກດ້ວຍ (ເກັ່ງຫຼາຍ…ຂໍຊົມເຊີຍ).

ໃນການຮັບໃບປະກາດຂອງ ປ໋ອກ ໃນເທື່ອນີ້ມີຄອບຄົວພໍ່-ແມ່, ໜູ່ເພື່ອນ ແລະ ບັນດາລູກໆທັງ 3 ທີ່ໜ້າຮັກຂອງປ໋ອກໄປຮ່ວມສະແດງຄວາມຍິນດີໃນເທື່ອນີ້, ທາງທີມງານ ຂວັນໃຈ ແລະ ແຟນເພສທຸກຄົນກໍຂໍສະແດງຄວາມຍິນດີ ແລະ ຊື່ນຊົມໃນຄວາມເກັ່ງຮອບດ້ານຂອງ ປ໋ອກ ແສງມະນີ ຢາທໍ່ຕູ້ ນຳຫຼາຍໆເດີ້…ແບບນີ້ແຫຼະຈຶ່ງສົມກັບເປັນເນັດໄອດໍ້ຕົວຈິງ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

ຂໍຂອບໃຈຮູບພາບຈາກ: PocKy Sengmany

ແບ່ງປັນ