Breaking News

ນັກຮ້ອງໄວໜຸ່ມລາວໄປແຂ່ງຂັນຮ້ອງເພງໃນ “ໄມທອງຄຳ” ລາຍການດັງຂອງປະເທດເພື່ອນບ້ານ!!! (ມີຄລິບ)

ແບ່ງປັນ

ເປັນກະແສຮືຮາໃນໂລກອອນລາຍກັນອີກແລ້ວ ຫຼ້າສຸດມີໄວໜຸ່ມຈາກປະເທດລາວຂອງເຮົານາມວ່າ ພອນທິດາ ຄຳສາຍສຸກ (ໂຊເນຍ) ອາຍຸ 21 ປີ ຈາກແຂວງຈຳປາສັກ ໄດ້ໄປອັດລາຍການແຂ່ງຂັນຮ້ອງເພງຢູ່ລາຍການດັງ “ໄມທອງຄຳ” ຂອງປະເທດເພື່ອນບ້ານເຊິ່ງຄາດວ່າຈະມີການອອກອາກາດໃນໄວໆນີ້, ແລະ ຍັງຖ່າຍຮູບກັບເອື້ອຍ ຕຸກກີ້ ຕະຫຼົກຍິງຊຸບເປີສະຕາຂອງປະເທດໄທ ຈົນສ້າງສຽງຮືຮາໃນໂລກອອນລາຍມາແລ້ວ.

ກ່ອນໜ້ານີ້ ໂຊເນຍ ບໍ່ໄດ້ເດີນຕາມຄວາມຝັນດ້ວຍການປະກວດຮ້ອງເພງໃນລາຍການດັ່ງກ່າວເປັນລາຍການທຳອິດ ເພາະເຄີຍເປັນໄວໜຸ່ມທີ່ເຂົ້າປະກວດໃນໂຄງການ ແປັບຊີ່ຊິງເກີ້ນຄອນເທສ ໄດ້ລາງວັນຊົມເຊີຍ, ປະກວດໂຄງການ ດັສມິວທາເລັ້ນອາວອດ 2015, ບໍ່ພໍແຕ່ເທົ່ານັ້ນຍັງໄປສະແດງຄວາມສາມາດໃນລາຍການ “ຕີສິບ” ເປັນອີກໜຶ່ງລາຍການດັງຂອງປະເທດເພື່ອນບ້ານມາແລ້ວເຊັ່ນກັນ.

ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳຄລິບທີ່ ໂຊເນຍ ໄປອອກລາຍການຕີສິບມາຝາກ, ລອງມາເບິ່ງກັນເບິ່ງເດີ້ວ່າຈະມ່ວນ ເຮຮາ ພຽງໄດ??? #ຢ່າລືມແຊຣໃຫ້ກຳລັງໃຈໃນຄວາມສາມາດຂອງໄວໜຸ່ມລາວ

ມາເບິ່ງຮູບພາບທີ່ ໂຊເນຍ ໄປອອກແຕ່ລະລາຍການກັນເລີຍ!!!

  1. ໄມທອງຄຳ

2. ປະກວດໂຄງການ ແປັບຊີ່ຊິງເກີ້ນຄອນເທດ

3. ດັສມິວທາເລັ້ນອາວອດ 2015

4. ຕີສິບ

ຂໍຂອບໃຈຮູບພາບຈາກ: Sonia Power Voice

ຄລິບຈາກ: https://www.youtube.com/watch?v=hMyHnSSiP3Y&feature=share

ແບ່ງປັນ