Breaking News

ເຊຍລາວສຸດໃຈ! ເມ ວະລິສະລາ ກ້າວເປັນນາງແບບສາກົນຢ່າງເຕັມໂຕ ໄປປະກວດເວທີ “Top Model of the World”

ແບ່ງປັນ

ເມ ວະລິສະລາ ຕັງສຸວັນ ນາງແບບລາວທີ່ມີຄວາມສາມາດໄດ້ກ້າວເປັນນາງແບບລະດັບສາກົນຢ່າງເຕັມໂຕແລ້ວເພາະຖືກທາບທາມໃຫ້ໄປປະກວດສຸດຍອດນາງແບບໂລກໃນເວທີ “Top Model of the World 2017” ເຊິ່ງຖືວ່າເປັນບາດກ້າວສຳຄັນຂອງວົງການ Model ຂອງລາວເຮົາທີ່ຕ່າງຊາດຍັງໃຫ້ຄວາມສົນໃຈ ແລະ ຂໍຕົວແທນເພື່ອໄປປະກວດໃນເວທີດັ່ງກ່າວ, ການປະກວດໃນຄັ້ງນີ້ຈະຈັດຂຶ້ນໃນວັນທີ 14 ກໍລະກົດ 2017 ຢູ່ທີ່ປະເທດ ອີຢິບ (Egypt) ແລະ ເມ ວະລິສະລາ ນາງແບບສາວລາວຂອງເຮົາກໍກຳລັງເດີນທາງເພື່ອເຂົ້າເກັບຕົວ ແລະ ເຮັດກິດຈະກຳໃນກອງປະກວດນັ້ນເອງ.

ສຳລັບ ເມ ວະລິສະລາ ຕັງສຸວັນ ຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະເປັນຄົນທີ່ມີຄວາມສາມາດຫຼາຍ ນາງຜ່ານການປະກວດເວທີລະດັບໂລກມາແລ້ວຫຼາຍເວທີ ຈົນກ້າວຜ່ານຄຳວ່າບໍ່ກ້າ ຜັກດັນໃຫ້ຕົວເອງກ້າວເຂົ້າໄປເປັນເຖິງໜຶ່ງໃນນາງແບບສາກົນຢ່າງເຕັມໂຕ. (ຂໍຊົມເຊີຍ) ສາມາດເຂົ້າໄປໃຫ້ກຳລັງໃຈ ແລະ ຮ່ວມໂຫວດໃຫ້ ເມ ວະລິສະລາ ໄດ້ທີ່ເພສ Top Model of the World ເຂົ້າໄປກົດໄລ້ ກົດແຊຣໃຫ້ນາງໄດ້ເລີຍ.

#ແຊຣໄປເພື່ອເຊຍສຸດຍອດນາງແບບຈາກລາວ 

ຮູບພາບຈາກ: Varissara May Tangsouvanh

ແບ່ງປັນ