Breaking News

ຫ້ອງການໃໝ່ ຂອງບໍລິສັດຫົວເຫວີຍ ໃນລາວ

ແບ່ງປັນ

ພິທີເປີດ ຫ້ອງການໃໝ່ ບໍລິສັດຫົວເຫວີຍ ແລະ ສູນ CSIC (ສູນວາງສະແດງໄອຊີທີ) ຢ່າງເປັນທາງການໃນລາວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ  28 ມິຖຸນາ 2017 ສະຖານທີ່ຕັ້ງຢູ່ ແຄມຂອງ ໂລກໃໝ່ແຫ່ງວຽງຈັນ (Vientiane New World) ຢູ່ບ້ານ​ເພຍ​ວັດ ​ເມືອງ​ສີ​ສັດຕະ​ນາກ, ນະຄອນຫຼວງວຽງຈັນ.  ຫ້ອງການ​ໃໝ່​ນີ້ ປະກອບ​ມີ 3 ຊັ້ນ.  ໃຫ້ກຽດເຂົ້າຮ່ວມການເປີດງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ Zhao Chenggang ອຸປະທູດ ຂອງສະຖານທູດ ສປ ຈີນ ປະຈຳລາວ, ທ່ານ Zhanglin ປະທານບໍລິສັດຫົວເຫວີຍ ປະຈຳອາຊີຕາເວັນອອກສຽງໃຕ້, ທ່ານ Patrick Zhang ຫົວໜ້າບໍລິສັດຫົວເຫວີຍປະຈຳ ລາວ ແລະ ມີບັນດາແຂກເຂົ້າຮ່ວມຢ່າງຫຼວງຫຼາຍ.

​ບໍລິສັດ​ຫົວ​ເຫວີຍ​ ເປັນບໍລິສັດ​ແຖວ​ໜ້າຂອງ​ໂລກ ​ໃນ​ການ​ເປັນຜູ້​ສະໜອງ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວສານ (ICT), ເຄື່ອງ​ອຸປະກອນ ​​ແລະ ອື່ນໆຫຼາຍ​ກວ່າ 170 ປະ​ເທດ​ທົ່ວ​ໂລກ, ມີ​ພະນັກງານ​​ທັງ​ໝົດ 180.000 ຄົນທົ່ວໂລກ.  ສະ​ເພາະ​ບໍລິສັດ​ຫົວ​ເຫວີ​ຍ​ ໃນ ສປປ ລາວ ມີ​ພະນັກ​ທັງ​ໝົດ 200 ກວ່າ​ຄົນ ແລະ ໄດ້ເຂົ້າມາ​ດຳ​ເນີນ​ທຸລະ​ກິດ​ໃນປະເທດລາວຕັ້ງແຕ່ 1998 ເຊິ່ງ​ ​​ເປັນ​ບໍລິສັດ​ທີ​ສ້າງ 3G ​ແລະ 4​G ​ໃນລາວ​ ​ແລະ ຍັງ​ເປັນຜູ້​ສະໜອງ​ ​ເຄື່ອງ​ອຸປະກອນ, ​ເຕັກ​ໂນ​ໂລ​ຊີ, ​ໂທລະສັບ​ສະມາ​ດ​ໂຟນ ​ໃຫ້​ກັບ​ລັດຖະບານ, ບັນດາ​ບໍລິ​ສັດ​ຕ່າງ​ໆ ​ແລະ ປະຊາຊົນ​ລາວ​ອີກ​ດ້ວຍ.

ແບ່ງປັນ