Breaking News

ໜ້າຮັກໄດ້ອີກ! ມາເບິ່ງເດດທຳອິດຂອງນູ່ນີ່ ແລະ ອ໋ອບ ຄືການພາກັນເຂົ້າວັດເຮັດບຸນ!!!

ແບ່ງປັນ

ອຸ່ຍ…ໜ້າຮັກໄດ້ອີກສຳລັບຄູ່ຮັກສາວລາວ-ບ່າວໄທ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງ Take me out Thailand ທີ່ພວກເຂົາທັງສອງຫາກໍ່ສ້າງປະກົດການຮືຮາໄປທົ່ວທັງປະເທດ ລາວ ແລະ ໄທ ເພາະຫຼັງຈາກທີ່ສາວ ນູ່ນີ່ ກຸມພົນພັກດີ ໄດ້ໄປເລືອກຄູ່ໃນລາຍການດັ່ງກ່າວກໍເປັນຫຼາຍອາທິດຫຼາຍເດືອນເຂົ້າແລ້ວແຕ່ຜ່ານມາກໍຍັງບໍ່ເຫັນນູ່ນີ່ເປີດໄຟໃຫ້ກັບໜຸ່ມຄົນໃດ ແຕ່ຫຼ້າສຸດໃນວັນເສົາທີ່ຜ່ານມາຄວາມຝັນກໍເປັນຈິງ ເພາະນູ່ນີ່ໄດ້ໜຸ່ມອ໋ອບໜຸ່ມໃຕ້ຄົມເຂັ້ມ ເປັນໜຸ່ມທີ່ມີຮອຍຍິ້ມມີສະເໜ່ ເຈົ້າຊູ້ເໝາະສົມກັບສາວນູ່ນີ່ທຸກຢ່າງ. ແລະ ຍັງບໍ່ພໍແຕ່ເທົ່ານັ້ນເພາະທັງສອງຍັງໄດ້ເຕີມຄວາມຫວານໃຫ້ກັນໂດຍພາກັນເຂົ້າວັດເຮັດບຸນເພື່ອຂໍພອນ ແລະ ສາວນູ່ນີ່ສາວລາວຂອງເຮົາກໍຍັງໄດ້ໂພສຜ່ານເຟສບຸກວ່າການພາກັນມາເຮັດບຸນດັ່ງກ່າວແມ່ນເປັນການພາກັນມາເດດເປັນເທື່ອທຳອິດຂອງທັງສອງອີກດ້ວຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສາວ ນູ່ນີ່ ແລະ ວ່າທີ່ເຂີຍລາວ ໜຸ່ມ ອ໋ອບນຳເດີ້ຂໍໃຫ້ຮັກກັນດົນໆ ແລະ ຄົງຈະໄດ້ເຫັນຂ່າວດີໄວໆເດີ້!!!!

#ແຊຣໄປໃຫ້ກຳລັງໃຈນູ່ນີ່ແລະອ໋ອບ

 

ຂໍຂອບໃຈຮູບພາບຈາກ: Noony Koumphonphakdee 

 

ແບ່ງປັນ