Breaking News

ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ

ແບ່ງປັນ

ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ເຊັກອິນທີ່ປະເທດລາວເຮົາໃນວັນອາທິດ ວັນທີ 2 ກໍລະກົດ ທີ່ຜ່ານມາ ເຊິ່ງດາລາຄົນດັງໄດ້ແວ່ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ, ແລະ ເກສ ເອງກໍໄດ້ຖ່າຍຮູບຢູູ່ທີ່ນັ້ນດ້ວຍຄວາມ Happy ແລະ ມີໜ້າຕາທີ່ຍິ້ມແຍ້ມແຈ່ມໃສ ແຖມຍັງໂພສຮູບໃນອິນສະຕາແກຼມ ແລະ ຂຽນຄຳອະທິບາຍວ່າ: “ມາເຮັດວຽກຢູ່ນີ້ Happy ທຸກໆເທື່ອ ແຟນໆທີ່ນີ້ໜ້າຮັກ ແລະ ໃຫ້ການຕອບຮັບເປັນຢ່າງດີ ຂໍຂອບໃຈແຟນໆທຸກຄົນຫຼາຍໆ” , ສຳລັບດາລາສາວ ເກສ ການເກົ້າ ການເດີນທາງມາລາວເຮົາໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດ ເພາະກ່ອນໜ້ານີ້ແຟນໆຈື່ໄດ້ບໍ່ເພາະນາງກໍເຄີຍມາແລ້ວກັບດາລານັກສະແດງຊື່ດັງອີກຫຼາຍຄົນເຊັ່ນ: ແພນເຄັກ, ຢາດ ຢາດທິບ, ໜູແຫວນ ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ.

#ແຊຣໄປໃຫ້ໂລກຮູ້ປະເທດລາວໃຜໆກໍຢາກມາ

Checked in ☑️ @vickteerutofficial

A post shared by Grace Kanklao (@gracekanklao) on

via: gracekanklao

ແບ່ງປັນ