Breaking News

ມາຮູ້ຈັກກັບ ອາຈານ ຄົນເຈົ້າຊູ້ທີ່ກໍາລັງເປັນກະແສໃນຕອນນີ້!!

ແບ່ງປັນ

ວ້າວໆໆໆ ຢາກຈະວ້າວຈັກ ພັນເທື່ອເມື່ອໄດ້ເຫັນຄວາມເຈົ້າຊູ້ຂອງອ້າຍຄູຄົນນີ້ ທີ່ກໍາລັງເປັນທີ່ກ່າວເຖິງໃນຕອນນີ້ ແລະ ຫຼາຍຄົນກໍສົງໄສວ່າອ້າຍບ່າວຄູຄົນນີ້ ເປັນຄູແທ້ໆ ຫຼືບໍ່ ຫຼືເປັນພຽງການຖ່າຍແບບຊຸດຄູເທົ່ານັ້ນ ມື້ນີ້ຂວັນໃຈຈະມາແກ້ຂໍ້ຂ້ອງໃຈໃຫ້ກັບແຟນໆກັນ ຄວາມຈິງແລ້ວ ອ້າຍຄູຄົນນີ້ບໍ່ໄດ້ໃສ່ຊຸດຄູເພື່ອຖ່າຍແບບ ຫຼືຫຍັງທັງນັ້ນ ເພິ່ນຄູແທ້ໆ ສອນຢູ່ທີ່ ວິທະຍາໄລຄູຫຼວງພະບາງ ນັ້ນເອງ ເຊິ່ງບັນດາລູກສິດລູກຫາຂອງເພິ່ນນັ້ນ ມັກເອີ້ນວ່າ ອາຈານ ຫຼົງນັ້ນເອງ. ເອົາເປັນວ່າ ໝົດຂໍ້ຂ້ອງໃຈກັນໄປເນາະ ແຕ່ກໍຕ້ອງຍອມຮັບໃນຄວາມເຈົ້າຊູ້ຂອງເພິ່ນອີ່ຫຼີ ແລະ ທີ່ສໍາຄັນນອກຈາກຈະດີທທາງຮູບຮ່າງໜ້າຕາແລ້ວ ຈິດໃຈຍັງດີແສນດີເພາະເພິ່ນເປັນພໍ່ພິມຂອງຊາດເຮົາເລີຍລະ ແລະ ກໍເຊື່ອແນ່ວ່າບັນດານັກສຶກສາທີ່ໄດ້ຮຽນນໍອາຈານ ຫຼົງ ຈະຕ້ອງມີຄວາມຕັ້ງໃຈຮຽນຢ່າງແນ່ນອນ ເພາະຖ້າເປັນແອດນ່າ ຖ້າມີໂອກາດໄດ້ໄປເປັນນັກຮຽນ ຊົ່ວໂມງໃດ ອາຈານ ຫຼົງ ສອນ ແອດສັນຍາວ່າຈະຕັ້ງໃຈແບບບໍ່ພັບຕາພຸ້ນລະ 555 ແນວໃດກໍຕາມ ເອົາເປັນວ່າເຮົາໄປເບິ່ງຮູບທີ່ແອດເອົາມາຕ້ອນກັນມື້ນີ້ດີກວ່າ ເພາະນອກຈາກຊຸດຄູທີ່ເຄີຍເຫັນກັນແລ້ວ ຍັງມີຮູບແບບຫຼໍ່ຫຼາຍໆມາໃຫ້ຟີລກັນໄປອີກ!!

 

  • ອາຈານຄົນເຈົ້າຊູ້

  • ແນວເຈົ້າຊູ້ແທ້ໆ

  • ຄິດວ່ານາຍແບບ

  • ມັກແທ້ໆເລີຍສອງນີ້ນ່າ

  • ໜ້າໃສໆເວີ່

By: beautyGuru

ຂໍຂອບໃຈຮູບຈາກ: Face: Gabriel Along Kirivong

ແບ່ງປັນ