Breaking News

ກຣີດໆ…ສາວໆໃຈລະລາຍກັບ! ຟຸກ ເສກສັນ ນັກກິລາຟຸດຊໍລາວສຸດເຈົ້າຊູ້ ເບິ່ງຄັກໆນຶກວ່າໂອບປ້າ!!!

ແບ່ງປັນ

ເປັນກະແສໃນສັງຄົມອອນລາຍໃນຄໍ່າຄືນທີ່ຜ່ານມາກັບນັກກິລາຟຸດຊໍຈາກລາວເຮົານັ້ນກໍຄື ເສກສັນ ໄຊຊະນະ (ຟຸກ) ອາຍຸ 21 ປີ ນັກກິລາສຸດເຈົ້າຊູ້ທີ່ສາວໆທັງໃນລາວ ແລະ ປະເທດເພື່ອນບ້ານກົດໄລ້ໃຫ້ແບບລົວໆ, ເພາະວ່າຫຼ້າສຸດໜຸ່ມ ຟຸກ ພ້ອມທີມຟຸດຊໍນະຄອນຫຼວງໄດ້ໄປແຂ່ງຂັນ ຟຸດຊໍສະໂມສອນອາຊຽນ ທີ່ບາງກອກ ປະເທດໄທ, ຈົນມີຊ່າງພາບຕາດີໄປຈັບພາບໜຸ່ມ ຟຸກ ຄົນນີ້ແລ້ວໂພສລົງໃນສັງຄົມອອນລາຍຈົນເຮັດໃຫ້ເກີດກະແສສາວໆທັງສາວແທ້ ສາວທຽມ ແຫ່ກົດໄລ້ກົດແຊຣຮູບພາບຂອງໜຸ່ມຄົນນີ້ຢ່າງຫຼວງຫຼາຍ, ແຖມບາງຄົນຍັງຄອມເມັ້ນສະແດງຄວາມຄິດເຫັນວ່າໜຸ່ມຟຸກ ທັງເຈົ້າຊູ້ ແຖມເປັນນັກກິລາ ໜ້າຕາກໍອອກໄປທາງເກົາຫລີ ປານໂອບປ້າຂະໜາດນີ້ຈະບໍ່ໃຫ້ສາວໆໃຈລະລາຍໄດ້ແນວໃດ.

ສຳລັບ ໜຸ່ມ ຟຸກ ເສກສັນ ໄຊຊະນະ ເພິ່ນບໍ່ໄດ້ເປັນພຽງແຕ່ນັກກິລາຟຸດຊໍແຕ່ເທົ່ານັ້ນເດີ້ ເພາະເປັນຄົນທີ່ມີຄວາມສາມາດຫຼາຍດ້ານ ຟຸກຍັງເປັນນາຍແບບເຄີຍຜ່ານງານໃນວົງການບັນເທິງມາແລ້ວທັງຖ່າຍແບບໃຫ້ວາລະສານດັງຫຼາຍເລ່ມ ລວມທັງວາລະສານ ຂວັນໃຈ ເຮົາກໍເຄີຍມາແລ້ວ, ແລະ ໜຸ່ມຄົນນີເພິ່ນກໍຍັງເຄີຍໃຫ້ສຳພາດວ່າເພິ່ນເປັນຄົນມີຄວາມຝັນທີ່ຢາກເຮັດໃຫ້ສຳເລັດນັ້ນກໍຄືຢາກເປັນ ກັບຕັນຍົນ ນັ້ນເອງ (ວ້າວໆ…ຖ້າໄດ້ເປັນກັບຕັນຍົນແຫ່ງຈະເຈົ້າຊູ້ໄປອີກແບບວ່າເບາະ ອິອິ) ຢ່າງໃດກໍຂໍເປັນກຳລັງໃຈໃຫ້ຂໍຈົ່ງເຮັດຄວາມຝັນໃຫ້ເປັນຈິງເດີ້ໜຸ່ມຟຸກ ຊະນີIndy ແລະ ແຟນເພສ ຂວັນໃຈ ທຸກຄົນເປັນກຳລັງໃຈໃຫ້ ສູ້ສູ້.

#ທັງເຈົ້າຊູ້ທັງເກັ່ງແບບນີ້ຖ້າຫຍັງຢູ່ແຊຣໄປເປັນກຳລັງໃຈໃຫ້ຟຸກແດ່

ຮູບພາບ: Fook Saksun Saisananh , Umim Supatchana

 

ແບ່ງປັນ