Breaking News

ກຽມພົບກັບຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ຮູບເງົາທີ່ຈະເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບ!!!

ແບ່ງປັນ

ກຽມພົບກັບຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ”  ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ທີ່ໂດ່ງດັງມາໃນຊ່ວງປີກ່ອນໆ, ແນະໆ…ເວົ້າແບບນີ້ ຊະນີIndy ເຊື່ອວ່າແຟນເພສ ຂວັນໃຈ ເຮົາທຸກຄົນຄົງຈະຢາກເບິ່ງຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ກັນແລ້ວແມ່ນບໍ່? ແຕ່ຂໍໃຫ້ແຟນໆອົດໃຈລໍກັນກ່ອນເດີ້ເພາະຮູບເງົາເລື່ອງນີ້ຈະປ່ອຍໃນມື້ອື່ນ ວັນທີ 6 ກໍລະກົດ 2017 ນີ້, ຢ່າລືມຕິດຕາມກັນເດີ້ ຈະມີມາຝາກແຟນໆທຸກໆຄົນແນ່ນອນ!!!

#ແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້

ມີຮູບພາບເບື້ອງຫຼັງຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ມາຝາກ ສ່ວນຄລິບເຕັມສາມາດຕິດຕາມໄດ້ໃນມື້ອື່ນ.

ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ

ແບ່ງປັນ