Breaking News

ໜຸ່ມອາ​ລົມ​ດີ, ຕະຫຼົກ​ເຮ​ຮາ ​ຄຳ​ເວົ້າຄຳ​ຈາ​ສາມາດ​ດຶງ​ດູດ​ໃຈ​ຂອງສາວໆຫຼາຍໆ​ຄົນ

ແບ່ງປັນ

ທະນົງສິດ ດວງປັນຍາ (ບິກ) ອາຍຸ 24 ປີ ຮຽນຈົບການສຶກສາປະລິນຍາຕີທີ່ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ປີ 2015, ເປັນນັກເດີນແບບໃນເວທີຕ່າງໆ ເຊັ່ນ: ງານແນະນຳສິນຄ້າໃໝ່, ເຄື່ອງນຸ່ງ ແລະ ອື່ນໆ. ບິກ ເປັນຄົນທີ່ມີຄວາມຕັ້ງໃຈ ແລະ ຈິງຈັງກັບທຸກໆຢ່າງ ເຖິງວ່າບາງສິ່ງບາງຢ່າງຈະບໍ່ລື້ງເຄີຍ ແລະ ບໍ່ເກັ່ງ ແຕ່ ບິກ ກໍ່ຍັງຕັ້ງໃຈເຮັດສິ່ງນັ້ນໃຫ້ດີທີ່ສຸດ. ອະນາຄົດ ບິກ ຢາກເປັນພະນັກງານ, ຢາກມີທຸລະກິດຕົນເອງ ເປັນຮ້ານຂາຍເຄື່ອງນ້ອຍໆ ຢູ່ກັບຄອບຄົວ ແລະ ຢາກມີລູກ 3 ຄົນ.

 

4

ເຈົ້າຄິດແນວໃດ ທີ່ຜູ້ຍິງຢາກສັນຍະກຳ ?

ໂດຍສ່ວນຕົວ ຕົນເອງເປັນຄົນບໍ່ມັກຜູ້ຍິງສັນຍາກຳ ແຕ່ຖາມວ່າຄິດແນວໃດກັບເລື່ອງນີ້ ກໍບໍ່ໄດ້ຄິດຫຍັງຫລາຍ ເພາະເຂົາເຈົ້າມີເງິນ ກໍຢາກເຮັດໃຫ້ຕົນເອງງາມຂຶ້ນ, ມີບຸກຄະລິກທີ່ດີ ແລະ ເພີ່ມຄວາມໝັ້ນໃຈ ເລື່ອງສັນຍາກຳໃນສະໄໝນີ້ ເປັນເລື່ອງທຳມະດາທີ່ຜູ້ຊາຍກໍຮັບໄດ້ ຂະໜາດຜູ້ຊາຍບາງຄົນກໍຍັງຕ້ອງເພິ່ງພາສັນຍະກຳແລ້ວ.

ໃນຄວາມຈິງແລ້ວ ຜູ້ຊາຍມັກຜູ້ຍິງທີ່ສະຫຼາດແທ້ຫຼືບໍ ? ຍ້ອນຫຍັງ ?

ຜູ້ຍິງທີ່ສະຫຼາດຫຼາຍກໍບໍ່ມີຜົນດີກັບຕົນເອງ 555 ມັນຂຶ້ນກັບຄວາມມັກສ່ວນຕົວຂອງເຂົາເຈົ້າ. ແຕ່ຄິດວ່າຜູ້ຊາຍສ່ວນຫຼາຍແມ່ນມັກຜູ້ຍິງທີ່ເກັ່ງ, ຮູ້ຮັບຜິດຊອບໜ້າທີ່ຂອງຕົນເອງ, ອັນໃດຄວນເຮັດບໍ່ຄວນເຮັດ. ສ່ວນຜູ້ຍິງບາງຄົນທີ່ເກັ່ງແຕ່ເລື່ອງດ່າເລື່ອງປ້ອຍ, ຄອຍຖ້າຈັບຜິດແຕ່ແຟນ, ຂົ່ມຂູ່ແຟນ ຖ້າເກັ່ງແບບນີ້ກໍເກັ່ງໂພດ ບໍ່ເອົາເດັດຂາດ 555.

 

2

ຜູ້ຍິງຄວນຈະວາງຕົວ ຫລື ໃຊ້ສະເໜ່ແບບໃດ ໃຫ້ພໍດີພໍງາມ ?

ສຳລັບ ບິກ ຖ້າມີຜູ້ຍິງມາມັກ ຫຼື ສົນໃຈ ຜູ້ຍິງຄົນນັ້ນຈະບອກຮັກຜ່ານສາຍຕາ ດ້ວຍການສົ່ງສາຍຕາແບບຜິດປົກກະຕິ ຜູ້ຊາຍຈະສາມາດສຳພັດ ແລະ ຮັບຮູ້ວ່າ ນາງມັກ ແລະ ສົນໃຈເຮົາຢູ່ ນີ້ເປັນຄວາມຮູ້ສຶກຂອງຄົນມັກ ແລະ ຮັກກັນ, ຖ້າເຈົ້າເປັນຜູ້ຍິງບໍ່ຕ້ອງສະແດງທ່າທາງ ຫຼື ວາງຕົວໃຫ້ຮູ້ວ່າ ມັກ ບໍ່ຈຳເປັນຕ້ອງຂໍເບີ, ບໍ່ຕ້ອງຢ່າງມາຫາ ພຽງແຕ່ສົ່ງສາຍຕາ ຜູ້ຊາຍຄົນນັ້ນອາດຈະຍ່າງໄປຫາເຈົ້າເອງ.

ຖ້າໃຫ້ລອງເປັນຜູ້ຍິງຈັກ 1 ມື້ ຈະລອງເປັນບໍ່ ? ບິກ ຈະເຮັດຫຍັງແດ່ໃນມື້ນັ້ນ?

ກໍຢາກລອງເປັນເບິ່ງໃດ 555 ວ່າມັນຊິເປັນແນວໃດ ເມື່ອຕົນເອງໄດ້ເປັນຜູ້ຍິງ ມື້ນັ້ນຈະເປັນຜູ້ຍິງທີ່ງາມທີ່ສຸດ ເພື່ອເຮັດໃຫ້ຜູ້ຊາຍມັກ ແລະ ຫລົງໃຫລ ມື້ຕໍ່ມາກໍກັບມາເປັນຜູ້ຊາຍ ແລ້ວເຮັດໃຫ້ເຂົາເຈົ້າເສຍໃຈ 555 (ເວົ້າແບບມ່ວນໆເດີ…!)

 

ສາມາດຕິດຕາມການເຄື່ອນໄຫວ ແລະ ໃຫ້ກຳລັງໃຈ ທະນົງສິດ ດວງປັນຍາ (ບິກ) ໄດ້ທີ່ FB: Big Thanongsith, Bigthanongsith.

ໂດຍ: ປູແປ້ງ ສຸມິດສາ 

ແບ່ງປັນ