Breaking News

ຊົງຈຸງກິ ແລະ ຊົງເຮຄຽວ ນາງເອກ-ພະເອກໃນຊີ່ຣີ່ດັງ “Descendants of the sun” ກຳລັງໃຈແຕ່ງດອງກັນໃນຊີວິດຈິງ!!!

ແບ່ງປັນ

ໃນວັນທີ 5 ກໍລະກົດ 2017 ນັກສະແດງຊື່ດັງ ຊົງຈຸງກິ ອາຍຸ 32 ປີ ແລະ ຊົງເຮຄຽວ ອາຍຸ 36 ປີ ນາງເອກ-ພະເອກຊີ່ຣີ່ເກົາຫລີເລື່ອງດັງ “Descendants of the sun” ທີ່ສ້າງປະກົດການໂດ່ງດັງໄປທົ່ວອາຊີ ໄດ້ເຊີໄພ້ແຟນໆເພາະທັງສອງໄດ້ປະກາດແຕ່ງງານກັນໃນ ເດືອນ ຕຸລາ ທີ່ຈະມາຮອດນີ້ ແລະ ຕົ້ນສັງກັດຂອງທັງສອງກໍອອກມາປະກາດເປັນທີ່ຮຽບຮ້ອຍແລ້ວວ່າ ຊົງຈຸງກິ ແລະ ຊົງເຮຄຽວ ຈະເຂົ້າພິທີແຕ່ງດອງກັນໃນວັນທີ 31 ຕຸລາ 2017 ນີ້.

ສຳລັບເສັ້ນທາງຄວາມຮັກຂອງ  ຊົງຈຸງກິ ແລະ ຊົງເຮຄຽວ ນັ້ນນັກສະແດງທັງສອງໄດ້ເລີ່ມຄວາມສຳພັນກັນແບບໝູ່ ເພາະຢູ່ໃນກຸ່ມໝູ່ດຽວກັນ, ຈົນພັດທະນາມາເລື້ອຍໆເຖິງຂັ້ນປະກາດແຕ່ງດອງກັນໃນທີ່ສຸດ… ບອກເລີຍວ່າງານນີ້ແຟນຄລັບຂອງທັງສອງຕ່າງພາກັນສະແດງຄວາມດີໃຈກັນຢ່າງຫຼວງຫຼາຍ ເພາະຈະໄດ້ເຫັນພະເອກ ແລະ ນາງເອກໃນຊີ່ຣີ່ທີ່ທຸກຄົນມັກໄດ້ມາແຕ່ງດອງກັນແທ້ໃນຊີວິດຈິງ.

 

 

ແບ່ງປັນ