Breaking News

ອ໋ອບປະກາດແບບລູກຜູ້ຊາຍຕັ້ງໃຈມາເລືອກນູ່ນີ່ໃນລາຍການ “TAKE ME OUT THAILAND” (ມີຄລິບ)

ແບ່ງປັນ

ຕອນແລງວັນທີ 5 ກໍລະກົດ ທີ່ຜ່ານມາທາງເພສລາຍການ “TAKE ME OUT THAILAND” ໄດ້ເປີດໂອກາດໃຫ້ຄູ່ຮັກທີ່ກຳລັງເປັນກະແສຮືຮາກັນທີ່ສຸດໃນຕອນນີ້ຈະເປັນໃຜບໍ່ໄດ້ເລີຍນັ້ນກໍຄື ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ໄດ້ມີໂອກາດມາ Live ສົດເພື່ອເປີດໃຈ ແລະ ຕອບຄຳຖາມຂອງເຫຼົ່າບັນດາແຟນຄລັບ, ການ Live ສົດຂອງທັງສອງໃນເທື່ອນີ້ເຕັມໄປດ້ວຍຄວາມຫວານ Live ໄປຍິ້ມໄປ ເບິ່ງຕາກັນໄປ…ຍິ່ງເຮັດໃຫ້ແຟນຄລັບເຂົ້າໄປຕິດຕາມ ແລະ ກົດໄລ້ກົດແຊຣກັນ, ແລະ ທີ່ເຮັດໃຫ້ຖືກໃຈແຟນຄລັບຫຼາຍທີ່ສຸດນັ້ນກໍຄື ໜຸ່ມ ອ໋ອບ ຫວານໃຈນູ່ນີ່ໄດ້ປະກາດອອກທາງ Live ສົດໃນຄັ້ງນີ້ເລີຍວ່າຕົນເອງນັ້ນຂໍເວົ້າ ແລະ ຍືດເອິກຮັບແບບລູກຜູ້ຊາຍເລີຍວ່າທີ່ຕົນມາໃນລາຍການໃນເທື່ອນີ້ແມ່ນຕ້ອງການມາເລືອກນູ່ນີ່ ແລະ ກໍໂຊກດີທີ່ນູ່ນີ່ນັ້ນຍັງເປີດໄຟຈົນເຮັດໃຫ້ມີໂອກາດໄດ້ໄປເດດກັນ ແລະ ເລີ່ມຕົ້ນສຳພັນທີ່ດີ (ສົມກັບເປັນລູກຜູ້ຊາຍແທ້ໆ…ສຸດຍອດ) ແລະ ນອກຈາກນີ້ທັງ ນູ່ນີ່ ແລະ ອ໋ອບ ຍັງໄດ້ຕອບບັນຫາຄາໃຈຂອງແຟນໆຫຼາຍຢ່າງບໍ່ວ່າຈະເປັນຂ່າວເລື່ອງທີ່ນູ່ນີ່ສັນຍະກຳ, ບອກແຟນໆເຖິງເລື່ອງລາຍການເທັກມີເອົ້າວ່າບໍ່ໄດ້ມີສະຄລິບຄືທີ່ທຸກຄົນຄິດ ແລະ ສຸດທ້າຍທັງສອງກໍຍັງຂອບໃຈແຟນຄລັບທຸກຄົນທີ່ຕິດຕາມອີກດ້ວຍ.

ມີຄລິບມາຝາກ:

มาคุยกันต่อ #Takemeoutthailand #นุนี #อ๊อฟลายพราง

โพสต์โดย Take Me Out Thailand บน 5 กรกฎาคม 2017

ຂໍຂອບໃຈຄລິບ ແລະ ຮູບພາບຈາກ: Take Me Out Thailand , Noony Koumphonphakdee

ແບ່ງປັນ