Breaking News

ແດງ ລັດຕະນາ ນາງແບບໜ້າໃໝ່ຈາກແດນໃຕ້ ດາວເດັ່ນໃນການປະກວດ “Lao Super Model 2017”

ແບ່ງປັນ

ສະບາຍດີແຟນເພສ ຂວັນໃຈ ທີ່ໜ້າຮັກທຸກໆຄົນ ມື້ນີ້ ຊະນີIndy ມີນາງແບບໜ້າໃໝ່ຢາກມາແນະນຳໃຫ້ທຸກໆຄົນໄດ້ຮູ້ຈັກເປັນສາວງາມທີ່ມີຄວາມໝັ້ນໃຈສູງ ເປັນສາວລາວລຸກອິນເຕີເພາະນາງມີຜິວສີນໍ້າເຜິ້ງ (ຜິວແທນ) ມາຈາກແຂວງ ສາລະວັນ ນັ້ນກໍຄື: ລັດຕະນາ ໝັ້ນວິໄລ (ແດງ) ລອງມາຟັງບົດສຳພາດສາວຄົນນີ້ກັນລອງເບິ່ງເດີ້ ແລ້ວແຟນໆຈະຫຼົງຮັກໃນຄວາມໜ້າຮັກ ແລະ ນໍ້າສຽງທີ່ມີເອກະລັກຂອງນາງ…

ຂວັນໃຈ: ແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແດ່…

ແດງ: ສະບາຍດີນ້ອງຊື່ ລັດຕະນາ ໝັ້ນວິໄລ (ແດງ) ອາຍຸ 23 ປີ ຕອນນີ້ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກຳ ປີທີ 5 ຢູ່ທີ່ສະຖາປັດມີພາກວິຊາໜຶ່ງທີ່ຕ້ອງຮຽນຫຼັກສູດ 5 ປີ ກໍຄືພາກວິຊາສະຖາປັດຕະຍະກຳ ເປັນສາວໃຕ້ໃຈດີເດີ້ ມາຈາກແຂວງສາລະວັນ ປັດຈຸບັນຢູ່ບ້ານດົງໂດກ ຍິນດີທີ່ໄດ້ຮູ້ຈັກທຸກຄົນເດີ້..

ຂວັນໃຈ: ໂອ…ເປັນສາວໃຕ້ ຍ້ອນຫຍັງນໍຈຶ່ງຂຶ້ນມາຢູ່ນະຄອນຫຼວງວຽງຈັນ?

ແດງ:  ໂດຍ…ແດງມາຢູ່ນະຄອນຫຼວງວຽງຈັນຕັ້ງແຕ່ຢູ່ມັດທະຍົມປາຍ ຮຽນ ມ4 ຕອນນັ້ນແດງຮຽນຢູ່ທີ່ ມສ ວຽງຈັນ ພໍດີມັນມີທຶນຈາກ ປະເທດ ຍີ່ປຸ່ນ ສຳລັບນ້ອງໆນັກຮຽນຕ່າງແຂວງ ໄດ້ລອງສອບເສັງເພື່ອຂຶ້ນມາຮຽນທີ່ນະຄອນຫຼວງວຽງຈັນ ແລະແດງເອງກໍເປັນໜຶ່ງໃນນັ້ນ ເພິ່ນເລີຍຊັບຊ້ອນໃຫ້ເຂົ້າຮຽນ (ຍິ້ມ)

ຂວັນໃຈ: ກ່ອນໜ້ານີ້ເຮົາເຄີຍເຮັດວຽກຫຍັງໃນວົງການບັນເທິງແດ່ແລ້ວ

ແດງ: ກ່ອນຈະມາຖ່າຍແບບ ວາລະສານ ຂວັນໃຈ ກໍມີໂອກາດໄປເດີນແບບໃຫ້ກັບງານ Lao Fashion Week ແລະ Wow Fashion Week 2017 ກໍຍ້ອນວ່າແດງມັກ ແລະສົນໃຈໃນໃນການເດີນແບບ ເປັນສິ່ງທີ່ມັກມາຕັ້ງແຕ່ນ້ອຍໆພຸ້ນ ກໍເລີຍຕັດສິນໃຈລອງໄປຄັດເລືອກເບິ່ງ ພໍດີທາງຜູ້ໃຫຍ່ເພິ່ນໃຫ້ຜ່ານ ກໍດີໃຈຫຼາຍ ແດງຈຶ່ງມີໂອກາດໄດ້ລອງ ແລະສະແດງຄວາມສາມາດໃນດ້ານນີ້. ຕອນເລີ່ມໄປເດີນແບບ ຍອມຮັບວ່າມີຄວາມຕື່ນເຕັ້ນ ບໍ່ຄິດວ່າຕົວເອງຈະໄດ້ມາຢືນຢູ່ເທິງເວທີ ແຕ່ກໍພະຍາຍາມເຮັດອອກມາໃຫ້ດີທີ່ສຸດ ໃນທີ່ສຸດມັນກໍຜ່ານໄປໄດ້ ແລະຫຼາຍຄົນກໍຍ້ອງວ່າຜົນງານອອກມາດີໃນການເດີນແບບໃນເທື່ອນັ້ນ ຖືວ່າເປັນປະສົບການທຳອິດທີ່ເຂົ້າມາທ້າທາຍໃນຊີວິດຂອງແດງ

ຂວັນໃຈ: ດຽວນີ້ເຮັດຫຍັງຢູ່ໃສແດ່?

ແດງ: ດຽວນີ້ກໍມີຮຽນຢ່າງໜັກ ເພາະຢູ່ໃນໄລຍະຂຽນບົດຈົບຊັ້ນ ແລະກໍຍັງມີອີກສິ່ງໜຶ່ງທີ່ກຳລັງເຮັດຢູ່ ກໍຄື ກຳລັງເຂົ້າປະກວດ Lao Super Model 2017

ຂວັນໃຈ:  ຮູ້ສຶກແນວໃດໄປປະກວດ Lao Super Model 2017?

ແດງ: ກ່ອນອື່ນໝົດກໍຂໍຕອບຄໍາຖາມທີ່ຫຼາຍຄົນຄຶຊິສົງໃສນໍວ່າເປັນນາງແບບຢູ່ແລ້ວຄຶມາປະກວດ (ຄຳຖາມນີ້ເອື້ອຍຕ໋ອດ ລີນ່າ ກໍ່ຖາມ) ເຫດຜົນທີ່ມາປະກວດກໍ່ຍ້ອນຢາກຫາປະສົບການດ້ານການຮຽນຮູ້ການເດີນແບບເພີ່ມ ເພາະຄິດວ່າ ເຮົາຍັງບໍ່ເກັ່ງເທົ່າທີ່ຄວນ , ໂດຍສະເພາະແມ່ນມີເອື້ອຍຕ໋ອດ ທີ່ເປັນ idol ເປັນໝຶ່ງໃນກຳມະການ ແລະ ຄູສອນຍິ່ງເຮັດໃຫ້ຢາກເຂົ້າປະກວດ

ຂວັນໃຈ: ແດງຕິດຮອບຈັກຄົນ? ປັດຈຸບັນປະກວດໄປຮອດໃສແລ້ວ?

ແດງ: ຕິດຮອບ 10 ຄົນ , ປັດຈຸບັນແມ່ນຢູ່ໃນຊ່ວງຖ່າຍທຳ ເພາະວ່າປີນີ້ແມ່ນເຮັດເປັນລາຍກາຍ reality ເຊິ່ງໃນແຕ່ອາທິດ ແມ່ນຈະໄດ້ ຝຶກທັກສະຕ່າງໆຂອງການເປັນນາງແບບ-ນາຍແບບ

ຂວັນໃຈ: ໝູ່ໆໃນກອງປະກວດເປັນແນວໃດ?

ແດງ: ໝູ່ໃນກອງປະກວດໜ້າຮັກ, ເປັນກັນເອງ ແລະ ພິເສດກໍຄຶປີນີ້ມີສາວປະເພດສອງເຂົ້າຮ່ວມແຂ່ງຂັນນຳ 2ຄົນ

ຂວັນໃຈ: ເຮົາມີຄວາມໝັ້ນໃຈໃນການປະກວດເທື່ອນີ້ຊໍ່າໃດ?

ແດງ: ສຳລັບຄວາມໝັ້ນໃຈໃນການປະກວດຄັ້ງນີ້ແມ່ນມີເຕັມ 100% . ແຕ່ເຖິງແມ່ນວ່າແດງຈະເຄີຍຜ່ານເວທີເດີນແບບມາແລ້ວ ແຕ່ກໍປະໝາດບໍ່ໄດ້ເພາະແຕ່ລະຄົນເກັ່ງໆກັນທຸກຄົນ . ໂດຍສະເພາະສາວປະເພດສອງເປັນສາວທີ່ມີຄວາມໝັ້ນໃຈໃນໂຕເອງສູງ ເຮົາຍິ່ງຕ້ອງເຝິກຊ້ອມໃຫ້ຫຼາຍຂຶ້ນ

ຂວັນໃຈ: ຄາດຫວັງກັບການປະກວດເທື່ອນີ້ຊໍ່າໃດ?

ແດງ:  ຖາມວ່າຄາດຫວັງກັບການປະກວດຊຳໃດ . ບອກເລີຍວ່າຕ້ອງໃຫ້ເໄດ້ທີ 1 (55555) ນັ້ນຄຶເປົ້າໝາຍທີ່ຕັ້ງໄວ້

ຂວັນໃຈ: ຝາກທ້າຍ ແລະ ສາມາດຕິດຕາມແດງໄດ້ໃນຊ່ອງທາງໃດແດ່?

ແດງ: ສຸດທ້າຍນີ້ກໍ່ຂໍຝາກທຸກຄົນຕິດຕາມຜົນງານຂອງແດງ ແລະສາມາດຕິດຕາມການປະກວດ Lao Super Model 2017 ຜ່ານທາງໂທລະພາບ TV LAO ອອກອາກາດ ທຸກໆວັນເສົາ ເວລາ 2:00pm ແລະ ຕິດຕາມຍ້ອນຫລັງໄດ້ ໃນ ແຟນເພສ Lao Super Moel ຫຼື ເຂົ້າໄປໃຫ້ກຳລັງໃຈແດງໄດ້ທີ່ເຟສບຸກ Daeng Lattana

ໄດ້ເລີຍ..ຂອບໃຈຫຼາຍໆ (ຍິ້ມ).

ແບ່ງປັນ