Breaking News

ສາວໆແຕ່ລະມື້ຕ້ອງເສຍເວລາກັບການແຕ້ມຄິ້ວດົນປານໃດ? (ລົງທຶນເທາະ! ຖ້າຢາກງາມຄືສາວ ນຸຖາ)

ແບ່ງປັນ

ສະບາຍດີສາວໆ ຂວັນໃຈທຸກ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ໂດຍສະເພາະແມ່ຍິງຄືກັບເຮົາໆທັງຫຼາຍ ບາງຄົນງາມກໍງາມໄປໝົດທຸກຢ່າງ ອັນນີ້ກໍດີຂໍສະແດງຄວາມຍິນດີນໍາ ບາງຄົນງາມແຕ່ຍັງມີຂໍ້ບົກຜ່ອງບາງຢ່າງທີ່ກາຍເປັນປົມດ້ອຍ ແລະ ເຮັດໃຫ້ເຮົາຄິດສະເໝີວ່າ ເອີ່… ຖ້າບ່ອນນີ້ງາມເປັນແບບນີ້ເຮົາຕ້ອງງາມແນ່ນອນເລີຍ ເຄີຍມີແມ່ນບໍ່ສາວໆ ແລ້ວເຮັດແນວໃດຈຶ່ງຈະສາມາດລົບປົມນັ້ນໄດ້ ກໍຕິດຕາມຂວັນໃຈເລີຍ ຮັບຮອງຢາກແກ້ໄຂປົມຫຍັງພວກເຮົາມີມານໍາສະເໜີຄົບ ແລະ ມື້ນີ້ ຂວັນໃຈ ເລີຍຢາກຈະມາຊ່ວຍສາວໆລົບປົມເລື່ອງ ຄິ້ວ ນັ້ນເອງ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ຄິ້ວຄືມຸງກຸດຂອງໜ້າ ນັ້ນມັນແມ່ນຄວາມຈິງທີ່ສຸດແລ້ວ ຖ້າຄິ້ວງາມມັນກໍຈະຊ່ວຍໃນການປັບສ່ວນຕ່າງໆເທິງໃບໜ້າໃຫ້ງາມໄປນໍາ ສາວໆສ່ວນຫຼາຍຈະມັກມີປົມເລື່ອງຄິ້ວຫຼາຍເພາະໄປທາງໃດກໍໄດ້ຍິນແຕ່ຄົນຈົ່ມວ່າ ຄິ້ວໜ້ອຍ, ຄິ້ວບາງ ແຕ່ລະມື້ຕ້ອງຕື່ນແຕ່ເຊົ້າເພາະຢ້ານແຕ້ມຄິ້ວບໍ່ທັນໄປວຽກ ຖ້າບໍ່ໄດ້ແຕ້ມຄິ້ວອອກຈາກເຮຶອນບໍ່ໄດ້ແນ່ນອນ ສາວໆມັນຈະດີບໍ່ຖ້າເຈົ້າກ້າເຜີຍໜ້າສົດໂດຍບໍ່ຕ້ອງແຕ້ມຄິ້ວ ຫຼືແຕ້ມກໍພຽງແຕ່ເສີມຕຶ່ມບໍ່ຕ້ອງເສຍເວລາກັບມັນຫຼາຍ ເອົາເວລາໄປເຮັດຢ່າງອື່ນໄດ້ສະບາຍ ຮູ້ບໍ່ວ່າຕ້ອງເຮັດແນວໃດ? ຂວັນໃຈຂໍແນະນໍາວ່າ ຄວນລົງທຶນຈັກເລັກຈັກໜ້ອຍໃດ໋ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ແລະ ເງິນກໍບໍ່ເຂົ້າໃຜອອກໃຜນໍາອີກ ແອັດເວົ້າຫຍັງຜິດໄປບໍ່? ມື້ນີ້ ກໍເລີຍຢາກຈະມາແນະນໍາສາວໆວ່າຖ້າບໍ່ຢາກເສຍເວລາກັບຄິ້ວໄປຫຼາຍກວ່ານີ້ ໄປພົບແພດຜູ້ຊ່ຽວຊານ ແລະ ສັກຄິ້ວມັນໄປໃຫ້ມັນແລ້ວໄປເລີຍສາ ເທື່ອດຽວຈົບມັກແບບໃດຂໍແຕ່ສັ່ງໄດ້ຕາມໃຈ ທີ່ເວົ້າໄປແອັດບໍ່ໄດ້ຂາຍເຄື່ອງເດີ້ ແຕ່ແອັດຫວັງດີ ຢາກເຫັນສາວໆຍຸກໃໝ່ໄດ້ງາມກັນຖ້ວນໜ້າຄືກັບແອັດນີ້ລະ!!! (ບໍ່ຄ່ອຍຫຼົງຕົວເອງປານໃດ)

ທີ່ຮ້ານຢູ່ໃນລາວ ແລະ ລາຄາມາແນະນໍາ

  1. Nim aura lao clinic
  • ຢາກງາມຄືສາວນຸຖາຢ່າຊ້າ

  • ລາຄາ 5. 900 ບາດ ເທື່ອດຽວຈົບ

  1. ສັກຄິ້ວ 3​ມິຕິ 6 ມິຕິ ມາດຕະຖານເກົາຫຼີ By Anny
  • ເສຍເວລາແຕ້ມເຮັດຫຍັງຕື່ນມາກໍໄດ້ແບບນີ້ລະເດ

  • ໄປລະແມະ ລາຄາ 300 ບາດ

ໝາຍເຫດ: ຍັງມີອີກຫຼາຍຮ້ານໃນລາວ ທີ່ແອັດບໍ່ໄດ້ເອົາມານໍາສະເໜີ ອັນນີ້ເອົາມາເປັນຕົວຢ່າງໃຫ້ເບິ່ງກັນກ່ອນຊື່ໆ.

By: BeautyGuru

ແບ່ງປັນ